ມື້ເຮັດວຽກທີ5ຂອງກອງປະຊຸມຄັ້ງທີ13ຄະນະບໍລິຫານງານສູນກາງພັກຊຸດທີ11

ມື້ເຮັດວຽກທີ5ຂອງກອງປະຊຸມຄັ້ງທີ13ຄະນະບໍລິຫານງານສູນກາງພັກຊຸດທີ11 - ảnh 1
(ກອງ​ປະຊຸມ​ສູນ​ກາງ​ປຶກສາ​ຫາລື​ກ່ຽວ​ກັບການ​ກໍ່​ສ້າງ​ພັກ​
ແລະ​ລາຍການ​ກອງ​ປະຊຸມ​ໃຫຍ່​ຊຸດທີ 12 ຂອງ​ພັກ)

(vovworld) – ​​ ຕອນເຊົ້າວັນທີ 18/12 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກໄດ້ປຶກສາຫາລືກ່ຽວກັບວັນເວລາ ແລະ ເນື້ອໃນ, ໂຄງການດຳເນີນງານຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ກ່ຽວກັບຮ່າງຂໍ້ກຳນົດເຮັດວຽກຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ຮ່າງຂໍ້ກຳນົດກ່ຽວກັບການເລືອກຕັ້ງຢູ່ທີ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ.
ຕອນບ່າຍວັນດຽວກັນ, ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ຫໍປະຊຸມ ກ່ຽວກັບວຽກງານບຸກຄະລາກອນຂອງຄະນະ ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດທີ 12. ທ່ານເລຂາທິການໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມມູນິດ ຫວຽດນາມ ຫງວຽນຟູຈ້ອງເປັນປະທານວາລະປະຊຸມ.
           ກ່ອນໜ້ານັ້ນ ໃນວັນທີ 17/12, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ເຮັດ​ວຽກຢູ່​ຫໍ​ປະຊຸມ ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ບົດ​ລາຍ​ງານສຳ​ຫລວດ​ກວດກາຄືນ​ການ​ຊີ້​ນຳ​ນຳພາ​ຂອງ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ 11; ຮ່າງ​ບົດ​ລາຍ​ງານ​ສະຫລຸບ​ການ​ປະຕິບັດກົດ​ລະບຽບ​ການເຮັດວຽກ​ຂອງ​ຄະນະ​ບໍລິຫານ ​ງານ​ສູນ​ກາງ, ກົມ​ການ​ເມືອງ ​ແລະ ຄະນະ​ເລຂາ​ຊຸດ​ທີ 11; ຮ່າງ​ບົດ​ລາຍ​ງານ​ສະຫລຸບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບການ​ກໍ່ສ້າງ​ພັກ. ​ແລະ​ໃນ​ຕອນບ່າຍ​ວັນ​ດຽວ​ກັນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ. ທ່ານ ​ເລ​ຮົ່ງ​​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ການຄະນະ​ເລຂາທິການ ອ່ານ​ໃບ​ສະ​ເໜີ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ເວ​ລາ, ​ເນື້ອ​ໃນ ​ແລະ ລາຍການ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 12 ຂອງ​ພັກ. ທ່ານ ​ໂຕ​ຮູ​ຍ​ເຣື໋ອ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ອ່ານ​ໃບ​ສະ​ເໜີຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ຮ່າງ​ກົດ​ລະບຽບ ການ​​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ​ແລະ ​ໃບ​ສະ​ເໜີ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ຮ່າງ​ກົດ​ລະບຽບ​ການ​ເລືອກ​ຕັ້ງທີ່​ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ.


ຂ່າວ/ບົດ​ອື່ນ