ຢູ່ ຫວຽດ​ນາມ ມີ​ວັກ​ຊິນ ຫຼາຍກວ່າ 200 ລ້ານ ໂດ​​ສ ​ໄດ້​ສັກໃຫ້​ປະ​ຊາ​ຊົນ

(VOVWORLD) -ໄລ່ມາຮອດຕອນບ່າຍວັນທີ 13 ມີນາ, ຫວຽດນາມໄດ້ສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ເກືອບ 200,2 ລ້ານ ໂດສ.
ຢູ່ ຫວຽດ​ນາມ ມີ​ວັກ​ຊິນ ຫຼາຍກວ່າ 200 ລ້ານ ໂດ​​ສ ​ໄດ້​ສັກໃຫ້​ປະ​ຊາ​ຊົນ - ảnh 1(ພາບ: VOV)

ຈຳນວນວັກຊິນປ້ອງກັນ ຕ້ານ ໂຄວິດ-19 ທີ່ສັກໃຫ້ແກ່ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ໄລ່ມາຮອດວັນທີ 12 ມີນາ ແມ່ນເກືອບ 183 ລ້ານໂດສ, ໃນນັ້ນເຂັມທີ 3 ບັນລຸໄດ້ຫຼາຍກວ່າ 28 ລ້ານໂດສ. ມາຮອດປະຈຸບັນ ໄດ້ມີ 47/63 ແຂວງ, ນະຄອນ ມີອັດຕາການສັກວັກຊິນກັນພະຍາດໂຄວິດ-19 ເຂັມທີ 2 ກວ່າ 95%.

        ກ່ຽວກັບວຽກງານສັກວັກຊີນປ້ອງກັນ ຕ້ານພະຍາດໂຄວິດ-19, ກະຊວງສາທາລະນະສຸກ ຫາກໍ່ໄດ້ອອກຈົດໝາຍທາງການຮຽກຮ້ອງໃຫ້ບັນດາທ້ອງຖິ່ນເພີ່ມທະວີການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19, ໃນນັ້ນ ຍູ້ໄວການສັກເຂັມທີ 3 ໃຫ້ແກ່ຜູ້ອາຍຸ 18 ປີຂຶ້ນໄປ ໃຫ້ຫຼາຍກວ່າອີກ, ຮັບປະກັນຮອດທ້າຍໄຕມາດ I ປີ 2022, ຕ້ອງສັກວັກຊິນເຂັມທີ 3 ໃຫ້ແກ່ບັນດາຜູ້ທີ່ຮອດກຳນົດສັກວັກຊີນ. ກະຊວງສາທາລະນະສຸກ ຮຽກຮ້ອງບັນດາແຂວງ, ນະຄອນ ຈັດຕັ້ງການສັກວັກຊີນດ້ວຍຄວາມປອດໄພ, ມີວິທະຍາສາດ, ມີປະສິດທິຜົນ ຕາມທິດຊີ້ນຳທີ່ໄດ້ວາງອອກຂອງກະຊວງສາທາລະນະສຸກ ແລະ ປະຕິບັດການລາຍງານໝາກຜົນການຜັນຂະຫຍາຍການສັກຢາຢ່າງທັນການ, ຕາມການກຳນົດ.

ກ່ຽວກັບສະພາບໂລກລະບາດໂຄວິດ-19, ຕາມແຫ່ງຂ່າວໂລກລະບາດໂຄວິດ-19 ໃນວັນທີ 14 ມີນາ ຂອງກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 16 ໂມງຂອງວັນທີ 13 ມີນາ ຮອດເວລາ 16 ໂມງຂອງວັນທີ 14 ມີນາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 161.262 ຄົນ. ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 108.407 ຄົນ, ມີຜູ້ເສຍຊີວິດ 92 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ