(vovworld) - ວົງການເຈົ້າໜ້າທີ່ປ້ອງກັນຄວາມສະຫງົບລັດເຊຍ ແຈ້ງໃຫ້ຊາບວ່າ, ປະເທດນີ້ ຢັ້ງຢືນໄດ້ບັນດາກຸ່ມຄົນຖືກສົງໄສວ່າຍືນຢູ່ເບື້ອງຫຼັງເຫດເຮືອບິນ Airbus A321 ຕົກຢູ່ອີຢິບ ເຮັດໃຫ້ 224 ຄົນເສຍຊີວິດເມື່ອເດືອນ 10 ຜ່ານມາ. ວັນທີ 24/12, ຫົວໜ້າອົງການປ້ອງກັນຄວາມສະຫງົບສະຫະພັນລັດເຊຍ (FSB) Alexander Bortnikov ໃຫ້ຮູ້ວ່າ, ບັນດານັກສືບສວນສອບສວນກຳນົດໄດ້ບັນດາກຸ່ມທີ່ກ່ຽວຂ້ອງເຖິງເຫດບຸກໂຈມຕີນີ້. ແຕ່ວ່າທ່ານໄດ້ປະຕິເສດສະໜອງຂໍ້ມູນລະອຽດ. ກ່ອນນັ້ນອາທິດໜຶ່ງ, ໜັງສືພິມ Kommersant ຂອງລັດເຊຍ ໄດ້ຄັດແຫຼ່ງຂ່າວຈາກ FBS ໃຫ້ຮູ້ວ່າ, ວັດຖຸລະເບີດທີ່ນຳໃຊ້ໃນການກໍ່ການຮ້າຍ ເຮັດໃຫ້ເຮືອບິນ A 321 ຕົກຢູ່ແຫຼມ Sinai ຂອງອີຢິບ ແມ່ນຖືກຕິດຢູ່ກ້ອງບ່ອນນັ່ງຂອງຜູ້ໂດຍສານ.