ຢຸດຕິຊົ່ວຄາວການເຈລະຈາກ່ຽວກັບການຊອກຫາຄຳສັ່ງຢຸດຍິງໃຫ້ແກ່ເຂດ ກາຊາ

(VOVWORLD) - ຜູ້ຕາງໜ້າຄະນະເຈລະຈາຂອງ Hamas ໄດ້ເດີນທາງອອກຈາກ ກາຍໂຣ ເພື່ອປະຕິບັດການທາບທາມຄວາມເຫັນພາຍໃນກ່ຽວກັບໝາກຜົນການເຈລະຈາໃນຊຸມມື້ຜ່ານມາກັບບັນດານັກເປັນກາງໄກເກ່ຍ
ຢຸດຕິຊົ່ວຄາວການເຈລະຈາກ່ຽວກັບການຊອກຫາຄຳສັ່ງຢຸດຍິງໃຫ້ແກ່ເຂດ ກາຊາ - ảnh 1ຮອບເຈລະຈາຊອກຫາຄຳສັ່ງຢຸດຍິງໃຫ້ແກ່ເຂດ ກາຊາ ໄດ້ຢຸດຕິຊົ່ວຄາວ
(ພາບປະກອບ: THX/TTXVN)

        ຮອບເຈລະຈາຊອກຫາຄຳສັ່ງຢຸດຍິງໃຫ້ແກ່ເຂດ ກາຊາ ທີ່ແກ່ຍາວຕໍ່ເນື່ອງເປັນເວລາ 5 ວັນຜ່ານມາລະຫວ່າງບັນດານັກເຈລະຈາສາກົນ ແລະ ກຳລັງ Hamas, ທີ່ດຳເນີນຢູ່ ກາຍໂຣ, ປະເທດ ອີຢິບ, ໄດ້ຢຸດຕິຊົ່ວຄາວ. ໃນວັນທີ 07 ມີນາ, ຜູ້ຕາງໜ້າຄະນະເຈລະຈາຂອງ Hamas ໄດ້ເດີນທາງອອກຈາກ ກາຍໂຣ ເພື່ອປະຕິບັດການທາບທາມຄວາມເຫັນພາຍໃນກ່ຽວກັບໝາກຜົນການເຈລະຈາໃນຊຸມມື້ຜ່ານມາກັບບັນດານັກເປັນກາງໄກເກ່ຍທີ່ມາຈາກ ອາເມລິກາ, ກາຕາ ແລະ ອີຢິບ. ເຖິງຢ່າງໃດກໍ່ຕາມ, ບັນດາຝ່າຍຍັງຕັດສິນໃຈເຊື່ອມຕໍ່ວິວັດການເຈລະຈາໃນຕົ້ນອາທິດຈະມາເຖິງ.

        ກ່ຽວກັບສາຍເຫດທີ່ເຮັດໃຫ້ການເຈລະຈາຕົກເຂົ້າສູ່ສະພາບບໍ່ມີທາງອອກ ແລະ ຍັງບໍ່ທັນບັນລຸໄດ້ບາດກ້າວບຸກທະລຸນັ້ນ, ສື່ມວນຊົນພາກພື້ນໃຫ້ຮູ້ວ່າ, ຝ່າຍ ອິດສະຣາແອັນ ຍັງຮຽກຮ້ອງໃຫ້ Hamas ຕ້ອງປ່ອຍຕົວ ຕົວປະກັນທັງໝົດໂດຍບໍ່ມີເງື່ອນໄຂ, ພ້ອມທັງ, ປະຕິເສດເລື່ອງອະນຸຍາດໃຫ້ປະຊາຊົນເຂດພາກເໜືອ ກາຊາ ທີ່ມີອາຍຸຕ່ຳກວ່າ 45 ປີໄດ້ກັບເມືອເຮືອນ. Hamas ໄດ້ປະຕິເສດຄຳຮຽກຮ້ອງນີ້ຂອງ ອິດສະຣາແອັນ, ພ້ອມທັງຮຽກຮ້ອງໃຫ້ ອິດສະຣາແອັນ ຢູ່ເຂດ ກາຊາ ຖອນຕົວກັບຄືນຕາມເສັ້ນທາງຈັດແບ່ງໂດຍບັນດານັກເຈລະຈາສາກົນໄດ້ຍົກອອກມາ.

ຕອບກັບ

ຂ່າວ/ບົດ​ອື່ນ