ຢ່າງໜ້ອຍສຸດມີ21ຄົນເສຍຊີວິດຍ້ອນເຫດກໍ່ການຮ້າຍຢູ່ພາກໃຕ້ໂຊມາເລຍ
ຢ່າງໜ້ອຍສຸດມີ21ຄົນເສຍຊີວິດຍ້ອນເຫດກໍ່ການຮ້າຍຢູ່ພາກໃຕ້ໂຊມາເລຍ
(ພາບ: AFP)
(vovworld) – ວັນທີ 28/02, ມີຢ່າງໜ້ອຍສຸດ 21 ຄົນເສຍຊີວິດ ແລະ ບາງຄົນໄດ້ຮັບບາດເຈັບໃນເຫດລະເບີດ 2 ຄັ້ງຢູ່ເທດສະບານ Baidoa ຂຶ້ນກັບເຂດ Bay, ທາງພາກໃຕ້ໂຊມາເລຍ. ຕາມຕຳຫຼວດເທດສະບານ Baidoa ແລ້ວ, ກໍລະນີທຳອິດແມ່ນເຫດວາລະເບີດລົດໂອໂຕຢູ່ຕໍ່ໜ້າພັດທະຄານທີ່ມີຊື່ສຽງຂອງເທດສະບານ, ໃນຂະນະນັ້ນ, ເຫດວາງລະເບີດທີ 2 ໂດຍພວກວາງລະເບີດສະຫຼະຊີບປະຕິບັດ. ບັນດາຜູ້ເສຍຊີວິດໃນເຫດວາງລະເບີດ 2 ຄັ້ງດັ່ງກ່າວສ່ວນຫຼາຍແມ່ນສາມັນຊົນ. ປະຈຸບັນ, ເຫດການດັ່ງກ່າວພວມໄດ້ຮັບການສືບສວນຢູ່.