ຢູແກຼນ: ກຳລັງທວງເອົາ ເອກະລາດຖະແຫຼງເລີ່ມຖອນອາວຸດປະເພດໜັກ

ຢູແກຼນ: ກຳລັງທວງເອົາ ເອກະລາດຖະແຫຼງເລີ່ມຖອນອາວຸດປະເພດໜັກ - ảnh 1
ກຳລັງທວງເອົາເອກະລາດຖະແຫຼງເລີ່ມຖອນອາວຸດປະເພດໜັກ
(ພາບ: toancanhbaochi.vn)


(vovworld) – ວັນ​ທີ 24/02, ຜູ້​ບັນຊາ​ການ​ອັນ​ດັບ​ໜຶ່ງ​ຂອງ​ກຳລັງ​ທວງ​ເອົາ​ເອກະລາດ​ຢູ່​ທາງ​ທິດຕາ​ເວັນ​ອອກ​ຢູ​ແກຼນ Eduard Basurin ​ໃຫ້​ຮູ້​ວ່າ, ກຳລັງ​ດັ່ງກ່າວ​ໄດ້​ເລີ່​ມຖອນ​ບັນດາ​ອາວຸດ​ປະ​ເພດ​ໜັກ​ໃນ​ຂອບ​ເຂດ​ກວ້າງ​ໃຫຍ່ ຕາມ​ຂໍ້​ຕົກລົງ Minsk 2 ກ່ຽວ​ກັບ​ສັນຕິພາບ​ຢູ​ແກຼນ ທີ່​ໄດ້​ລົງ​ນາມ​ຢູ່​ເບ​ລາຣຸດ ​ໃນ​ວັນ​ທີ 12/02 ຜ່ານ​ມາ, ​ເພື່ອ​ແນ​ໃສ່​ເປີດ​ຊ່ອງ​ທາງ​​ແກ່ການ​ສ້າງ​ຕັ້ງ​ເຂດ​ເຄິ່ງກາງ​ທີກວ້າ​ງ​ໃຫຍ່ລະຫວ່າງ​ກຳລັງ​ປືນ​ໃຫຍ່​ຂອງ​ກອງທັບ​ລັດຖະບານ ​ແລະ ຝ່າຍທວງ​ເອົາເອກະລາດ. ​ເວັບ​ໄຊ​ຂອງ​ກຳລັງ​ທວງ​ເອົາ​ເອກະລາດ​ໄດ້​ຄັດ​ຄຳ​ເວົ້າ​ຂອງ Basurin ​ໃຫ້​ຮູ້​ວ່າມີ​​ປະມານ 100 ປືນ​ໃຫຍ່​ໄດ້​ຖອນ​ອອກ​ຈາກ​ເຂດ​ແນວ​ໜ້າ​ໃນ​ວັນ​ທີ 24/02.

ຂ່າວ/ບົດ​ອື່ນ