ຢູແກຼນ: ກຳລັງທວງເອົາ ເອກະລາດປະຕິເສດການບຸກໂຈມຕີ Mariupol

ຢູແກຼນ: ກຳລັງທວງເອົາ ເອກະລາດປະຕິເສດການບຸກໂຈມຕີ Mariupol  - ảnh 1
ກຳລັງທວງເອົາເອກະລາດປະຕິເສດການບຸກໂຈມຕີ Mariupol
(ພາບ: AP)


(vovworld) – ທ່ານ Aleksandr Zakharchenko, ຫົວ​ໜ້າ​ສ.ປະຊາຊົນ Donetsk ຂະ​ໜາມ​ນາມ​ເອງ ຖະ​ແຫຼ​ງວ່າ, ກຳລັງ​ທວງ​ເອົາ​ເອກະລາດ​ຢູ່ພາກ​ຕາ​ເວັນ​ອອກ ຢູ​ແກຼນ ບໍ່​ມີ​​ເຈດ​ຈຳນົງ​ບຸກ​ໂຈມ​ຕີ Mariupol. ກ່າວ​ຄຳ​ເຫັນ​ໃນ​ວັນ​ທີ 24/01, ທ່ານ Zakharchenko ​ໜັ້ນ​ນັກ​ວ່າ “ຮອດ​ຕອນ​ທ່ຽງວັນ​ທີ 24/01, ພວກ​ຂ້າພະ​ເຈົ້າ​ບໍ່​ດຳ​ເນີນ​ການ​​ເຄື່ອນ​ໄຫວ​ໃດໆ​ຢູ່ Mariupol. ພວກ​ຂ້າພະ​ເຈົ້າ​ບໍ່​ແມ່ນ​ກຸ່ມ​ຮຸ້ນ​ແຮງ​ຄື​ອຳນາດ​ການ​ປົກຄອງ​ Kiev”. ​ແຕ່​ວ່າ, ພາຍຫຼັງ​ອຳນາດ​ການ​ປົກຄອງ Kiev ຖິ້ມ​ໂທດ​ໃຫ້​ບັນດາ​ມື​ປືນ​ຢູ່​ພາກ​ຕາ​ເວັນ​ອອກ ​ໄດ້​ຍິງ​ປືນ​ໃຫຍ່ ​ໃສ່​ເຂດ​ຊຸມ​ຊົນ, ກຳລັງທວງ​ເອົາ​ເອກະລາດ​ຢູ່ພາກ​ຕາ​ເວັນ​ອອກ ​ໄດ້​ບຸກ​ໂຈ​ມຕີ​ໃສ່​ບັນດາ​ຖານ​ທີ່​ໝັ້ນ​ຂອງ​ກອງທັບ​ລັດຖະບານ​ຢູ​ແກຼນ ພວມ​ຕັ້ງ​ທັບ​ຢູ່​ເຂດ​ທາງທິດຕາ​ເວັນ​ອອກ ຂອງ Mariupol. ພາຍຫຼັງ​ຖິ້ມ​ໂທດ​ດຳ​ເນີນ​ການ​ຍິ່ງ​ລູກ​ຈະ​ຫຼວດໃນ​ຕອນ​ເຊົ້າ​ວັນ​ທີ 24/01, ຢູ່​ນະຄອນ​ທ່າ​ກໍ່າ​ປັ່ນ Mariupol ​ໂດຍກຳລັງ​ລັດຖະບານ​ພວມ​ຄວບຄຸມ ​ຖືກເຮັດ​​ໃຫ້ 30 ຄົນ​ເສຍ​ຊີວິດ ​ແລະ 93 ຄົນ​ຖືກ​ບາດ​ເຈັບ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຢູ​ແກຼນ Stepan Potorak ຖະ​ແຫຼ​ງວ່າ ຈະ​ເພີ​່ມທະວີ​ກຳລັງ ​ແລະ ອາວຸດ​ຢູ່​ເຂດ Mariupol ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ສາມາດ​ປ້ອງ​ກັນ ​ແລະ ຄວາ​ມສະຫງົບ​ໃຫ້​ສາມັນ​ຊົນ.
ຂ່າວ/ບົດ​ອື່ນ