ຢູແກຼນ ຍຸບເລີກ ກົດລະບຽບເປັນກາງເພື່ອມຸ່ງໄປເຖິງການເຂົ້າຮ່ວມ NATO
ສະພາແຫ່ງຊາດຢູແກຼນ
(ພາບ: AFP/TTXVN)
(vovworld) – ວັນທີ 23/12, ດ້ວຍ 303 ບັດເຫັນດີ, ສະພາແຫ່ງຊາດຢູແກຼນ ໄດ້ຮັບຮອງເອົາຮ່າງກົດໝາຍຍຸບເລີກລະບຽບການປອດພັນທະມິດການທະຫານຂອງປະເທດນີ້, ເປີດຊ່ອງທາງໃຫ້ແກ່ການເຂົ້າເປັນສະມາຊິກບັນດາພັນທະມິດການທະຫານຄືອົງການ NATO ໃນອະນາຄົດ. ບັນດາສະມາຊິກສະພາແຫ່ງຊາດຢູແກຼນ ໄດ້ປ່ອນບັດໃຫ້ການຮ່າງກົດໝາຍຂອງທ່ານປະທານາທິບໍດີ Petro Poroshenko ໃນຈຳນວນ 4 ກົດໝາຍຄ້າຍຄືກັນທີ່ໄດ້ຈົດທະບຽນ, ທັງ 4 ກົດໝາຍດັ່ງກ່າວລ້ວນແຕ່ມີເນື້ອໃນດຽວກັນແມ່ນ “ຍຸບເລີກກົດລະບຽບປອດພັນທະມິດການທະຫານ, ກັບຄືນສູ່ທິດທາງຫຍັບມໍ່ໃກ້ກັບ NATO ກວ່າ ເພື່ອແນໃສ່ເພີ່ມທະວີທີ່ຕັ້ງຂອງຢູແກຼນ ໃນບັນດາບັນຫາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ”. ຄຽງຂ້າງນັ້ນ, ທ່ານປະທານາທິບໍດີ Poroshenko ໃຫ້ຮູ້ວ່າ, ບັນຫາເຂົ້າເປັນສະມາຊິກ NATO ຈະບໍ່ວາງອອກໃນທັນທີ, ຫາກອຳນາດການປົກຄອງກີແອບ ຈະເລີ່ມຫັນໄປສູ່ບັນດາມາດຕະຖານຕາມປະເທດຕ່າງໆພວມຢູ່ໃນວິວັດເຂົ້າເປັນສະມາຊິກ NATO. ທ່ານ Poroshenko ກໍ່ເຊື່ອໝັ້ນວ່າ, ຢູແກຼນ ຈະຕ້ອງຍົກຂໍ້ຕົກລົງເຂົ້າເປັນສະມາຊິກ ຫຼື ບໍ່ເຂົ້າເປັນສະມາຊິກອົງການ NATO ອອກມາເພື່ອຮັບຮອງເອົາໃນການລົງປະຊາມະຕິ.