ຢູ​ແກຼນ ປະ​ກາດ​ຍຸດ​ທະ​ສາດ​ປະ​ຕິ​ບັດ​ແຜນ​ການ​ສັນ​ຕິ​ພາບ

(VOVWORLD) - ກອງປະຊຸມສາກົນຄັ້ງທຳອິດປຶກສາຫາລືກ່ຽວກັບແຜນການສັນຕິພາບ ຢູແກຼນ ໄດ້ຈັດຂຶ້ນຢູ່ ເດນມາກໃນເດືອນມິຖຸນາ 2023 ແລະ ກອງປະຊຸມຄັ້ງຕໍ່ໄປຈະດຳເນີນຢູ່ ອາຣັບບິ ຊາອຸດິ ໃນລະຫວ່າງວັນທີ 5 – 6 ສິງຫາ ຈະມາເຖິງ.
ຢູ​ແກຼນ ປະ​ກາດ​ຍຸດ​ທະ​ສາດ​ປະ​ຕິ​ບັດ​ແຜນ​ການ​ສັນ​ຕິ​ພາບ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: TTXVN)

ວັນທີ 2 ສິງຫາ, ຫ້ອງວ່າການປະທານາທິບໍດີ ຢູແກຼນ ໄດ້ປະກາດຍຸດທະສາດລວມມີ 3 ໄລຍະເພື່ອປະຕິບັດແຜນການສັນຕິພາບ ຂອງປະເທດນີ້, ເຊິ່ງໄດ້ຮັບການປະກາດຈາກ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃນທ້າຍປີ 2022. ຕາມຖະແຫຼງການໂດຍທ່ານຫົວໜ້າຫ້ອງວ່າການປະທານາທິບໍດີ ຢູແກຼນ Andriy Yermak ເອົາລົງໃນ Telegram ແລ້ວ, ໃນໄລຍະທຳອິດຈະດຳເນີນບັນດາການພົບປະລະຫວ່າງເຈົ້າໜ້າທີ່ ຢູແກຼນ ແລະ ເອກອັກຄະລັດຖະທູດບັນດາປະເທດປະຈຳ ຢູແກຼນ, ດ້ວຍເປົ້າໝາຍປຶກສາຫາລືແຜນການສັນຕິພາບຢ່າງລະອຽດ. ໃນໄລຍະທີ ສອງ, Kiev ຈະດຳເນີນການປຶກສາຫາລືກັບບັນດາທີ່ປຶກສາດ້ານຄວາມໝັ້ນຄົງ ແລະ ການເມືອງແຫ່ງຊາດຂອງບັນດາປະເທດ, ເພື່ອຊອກຫາກົນໄກປະຕິບັດແຜນການສັນຕິພາບ. ໄລຍະສຸດທ້າຍ ແມ່ນຈັດກອງປະຊຸມສຸດຍອດທົ່ວໂລກ ດ້ວຍການເຂົ້າຮ່ວມຂອງບັນດາການນຳທົ່ວໂລກ ເພື່ອປະຕິບັດບັນດາແຜນການຢຸດຕິການປະທະກັນຢູ່ ຢູແກຼນ.

ຕາມຫົວໜ້າຫ້ອງວ່າການ ປະທານາທິບໍດີ ຢູແກຼນແລ້ວ, ກອງປະຊຸມສາກົນຄັ້ງທຳອິດປຶກສາຫາລືກ່ຽວກັບແຜນການສັນຕິພາບ ຢູແກຼນ ໄດ້ຈັດຂຶ້ນຢູ່ ເດນມາກໃນເດືອນມິຖຸນາ 2023 ແລະ ກອງປະຊຸມຄັ້ງຕໍ່ໄປຈະດຳເນີນຢູ່ ອາຣັບບິ ຊາອຸດິ ໃນລະຫວ່າງວັນທີ 5 – 6 ສິງຫາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ