ຢູແກຼນ: ຜູ້ແຫ່ຂະບວນ ປະທ້ວງຢຶດຄອງສຳນັກງານອຳນາດການປົກຄອງຕື່ມອີກຢູ່ເຂດຕາເວັນອອກສ່ຽງໃຕ້

ຢູແກຼນ: ຜູ້ແຫ່ຂະບວນ ປະທ້ວງຢຶດຄອງສຳນັກງານອຳນາດການປົກຄອງຕື່ມອີກຢູ່ເຂດຕາເວັນອອກສ່ຽງໃຕ້ - ảnh 1
(ພາບປະກອບ: AFP)

(vovworld) - ສະພາບ​ການຢູ່​​ເຂດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ​ແກຼນ ​ສືບ​ຕໍ່​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ​. ວັນ​ທີ 01/05, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຮຽກຮ້ອງ​ຫັນ​ຢູ​ແກຼນ ເປັນ​ສະຫະພັນ, ​ໄດ້ຢຶດຄອງສຳນັກງານ​ຕຳຫຼວດ​ນະຄອນ Krasnoarmeisk ຂຶ້ນ​ກັບ​ແຂວງ Donesk. ມີ​ທະຫານ​ລາດ Donesk ປະມານ 200 ຄົນໂດຍບໍ່​ຖື​ອາວຸດ​ໄດ້​ບຸກ​ເຂົ້າ​ສຳນັກງານ​ຕຳຫຼວດ. ຕາມ​ເຂົ້າ​ເຈົ້າ​ແລ້ວ, ມີ​ກຸ່ມ​ໜຶ່ງ​ທີ່​ຂຶ້ນ​ກັບ​ອົງການຝ່າຍ​ຂວາ ​ໄດ້​ທຳລາຍ​ຖານ​ທີ່​ໝັ້ນ​ຂອງຜູ້​ແຫ່​ຂະ​ບວນປະ​ທ້ວງ ຢູ່​ທາງ​​ເຂົ້າ​ນະຄອນ ​ແລະ ຈັບ​ຕົວ 11 ຄົນ. ​ໃນ​ຂະນະ​ນັ້ນ, ​ເພື່ອ​ຮັບ​ມື​ກັບ​ສະພາບ​ຫຍຸ້ງຍາກ​ຄືປະຈຸ​ບັນ, ວັນ​ທີ 01/05, ທ່ານ​ປະທານາທິບໍດີ​ຊົ່ວຄາວ​ຢູ​ແກຼນ Alexander Turchinov ​ໄດ້​ລົງ​ນາມ​ໃນ​ລັດຖະດຳລັດ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ຄວາມ​ສາມາດ​ປ້ອງ​ກັນປະ​ເທດ​ຂອງຊາດ ​ໃນ​ນັ້ນ​ມີ​ການ​ຟື້ນ​ຟູ​ລະບອບ​ພັນທະການ​ທະຫານ​ ຍ້ອນ​ສະພາບ​ເຄັ່ງ​ຕຶງ​ຢູ່​ເຂດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຕາມ​ລັດຖະດຳລັດ​ດັ່ງກ່າວ, ພົນລະ​ເມືອງ​ທຸກ​ຄົນ​ໃນ​ເກ່ັນ​ອາຍຸ​ແຕ່ 18 ຮອດ 25 ປີ ລ້ວນ​ແຕ່​ຕ້ອງປະຕິບັດພັນທະການທະຫານ.

ຂ່າວ/ບົດ​ອື່ນ