ຢູແກຼນຈັບຕົວຊາວຝລັ່ງທີ່ມີກົນອຸບາຍບຸກໂຈມຕີກໍ່ການຮ້າຍຢູ່EURO2016

ຢູແກຼນຈັບຕົວຊາວຝລັ່ງທີ່ມີກົນອຸບາຍບຸກໂຈມຕີກໍ່ການຮ້າຍຢູ່EURO2016 - ảnh 1
ທ່ານ Vasily Gritsak ຫົວ​ໜ້າ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ​ແກຼ​ນ (SBU)
(ພາບ: Reuters/ TTXVN)

(vovworld) - ວັນ​ທີ 06/06, ຫົວ​ໜ້າ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ​ແກຼ​ນ (SBU) ທ່ານ Vasily Gritsak, ໃຫ້​ຮ​ູ້​ວ່າ, ມີ​ເປົ້າ​ໝາຍ​ຊາວ​ຝ​ລັ່ງ ຄົນ​ໜຶ່ງ​ຖືກ​ຕຳ​ຫຼ​ວດ ຢູ​ແກຼນ ຈັບ​ຕົວ​ຫວ່າງ​ແລ​້ວນີ້ ຢ​ູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ຢູ​ແກຼນ ແລະ ໂ​ປ​ໂລຍ, ​ແມ່ນມີ​ກົນ​ອຸ​ບາຍ​ບຸ​ກ​ໂຈມ​ຕີກໍ່​ການ​ຮ້າຍ​ໃສ່​ສະ​ຖານ​ທີ່​ຕ່າງໆ​ຢູ່​ຝ​ລັ່ງ ໃນ​ໂອ​ກາ​​ດ​ດຳ​ເນີນ​ການ​ແຂ່ງ​ຂັນ​ບານ​ເຕະຊິງ​ຊະ​ນະ​ເລີດ​ເອີ​ລົບ (EURO) 2016. ​ໂດຍລະ​ອຽດ​ແມ່ນ, ຕາມ​ຂໍ້​ມູນ​ສືບ​ສວນ, ຜູ້ນີ້​ໄດ້​ມີ​ແຜນ​ການ​ບຸກ​ໂຈມ​ຕີໃສ່​ບັນ​ດາໂບດ​ຂອງ​ຊາວ​ອິ​ດ​ສະ​ລາມ, ຊາວ​ຢິວ, ບັນ​ດາ​ອົງ​ກາ​ນບ​ໍ​ລິ​ຫານ​ຢູ່​ຝ​ລັ່ງ. ປະ​ຈຸ​ບັນ, ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ​ແກຼນ ຍັງ​ບໍ່​ທັນ​ປະ​ກາດ​ຊື່​ຂອງ​ຜູ້ນີ້, ແຕ່​ໃຫ້​ຮູ້​ວ່າ, ເປົ້າ​ໝາຍ​ນີ້ໄດ້​​ເອົາດິນ​ລະ​ເບີດ TNT ​ໄປ​ນຳ 125 ກິ​ໂລກ​ຣາມ, 100 ແກັບ​ລະ​ເບີດ ແລະ ໜ້າ​ກາກ 20 ອັ​ນ​ ເພື່ອ​ກະ​ກ​ຽມ​ດຳ​ເນີນ​ການ​ວາງ​ລະ​ເບີດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ 15 ຄັ້ງ ​ກ່ອນ ແລະ ​ໃນ​ເວ​ລາດຳ​ເນີນ EURO 2016. ຜູ້ນີ້​ໄດ້​ຕິດ​ຕໍ່​ກັບ​ບັນ​ດາ​ກຸ່ມ​ປະ​ກອບ​ອາ​ວຸດ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ຢູ​ແກຼນ ເພື່ອ​ຊື້​ອາ​ວຸດ​ ແລະ ດິນ​ລະ​ເບີດ.

ຂ່າວ/ບົດ​ອື່ນ