ພາບປະກອບ
|
(vovworld) – ວັນທີ 28/2, ກຳລັງທວງເອົາການແຍກຕົວຢູ່ພາກຕາເວັນອອກ ຢູແກຼນ ໃຫ້ຮູ້ວ່າ: ເຂົາເຈົ້າເກືອບຄືວ່າໄດ້ປະຕິບັດສຳເລັດການຖອນອາວຸດໜັກອອກຈາກເຂດຊາຍແດນ ຕາມຂໍ້ຕົກລົງ Minsk – 2. ຕາມສຳນັກຂ່າວ “ປະເທດລັດເຊຍ ປະຈຸບັນ” (RT) ແລ້ວ, ຜູ້ຕາງໜ້າ ສ. ຂະໜານນາມເອງ Donetsk ປະກາດວ່າ: ກຳລັງນີ້ໄດ້ຖອນອາວຸດທັງໝົດພ້ອມກັບທະຫານອອກຈາກເຂດເກີດການສູ້ຮົບ. ໃນຂະນະນັ້ນ, ກຳລັງທະຫານລາດຢູ່ Lugansk ໃຫ້ຮູ້ວ່າ: ຕ້ອງມີເວລາຕື່ມອີກ 2, 3 ວັນເພື່ອປະຕິບັດສຳເລັດການຖອນທະຫານ. ຕາມການຄາດຄະເນຂອງ ສປຊ ແລ້ວ, ການປະທະກັນເກີດຂຶ້ນໃນເກືອບ 1 ປີຜ່ານມາຢູ່ພາກຕາເວັນອອກ ຢູແກຼນ ໄດ້ເຮັດໃຫ້ 5.793 ຄົນເສຍຊີວິດ ແລະ ເກືອບ 15.000 ຄົນຖືກຮັບບາດເຈັບ. ພື້ນຖານໂຄງລ່າງສ່ວນຫຼາຍຢູ່ເຂດເກີດການສູ້ຮົບຂອງ ຢູແກຼນ ຖືກທຳລາຍຢ່າງໜັກໜ່ວງ.