ຢູແກຼນພິຈາລະນານຳໃຊ້ກົດໄອຍະການເສິກຢູ່ບາງແຂວງພາກຕາເວັນອອກ
ຕຳຫຼວດຢູ່ສະຖານທີ່ເກີດເຫດວາງລະເບີດຢູ່ Donetsk.
(ພາບ: AFP/TTXVN)
(vovworld) – ກ່າວຄຳເຫັນຕໍ່ວົງການນັກຂ່າວເມື່ອວັນທີ 16/6, ເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ປ້ອງກັນປະເທດ ຢູແກຼນ Andrei Parubi ໃຫ້ຮູ້ວ່າ: ອົງການນີ້ພວມພິຈາລະນາເລື່ອງນຳໃຊ້ກົດໄອຍະການເສິກຢູ່ 2 ແຂວງ: Lugansk ແລະ Donetsk. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ເນັ້ນໜັກວ່າ “ກ່ອນອື່ນໝົດ ອຳນາດການປົກຄອງຈະພະຍາຍາມດ້ວຍທຸກໆມາດຕະການເພື່ອແນໃສ່ຮຽກຮ້ອງໃຫ້ບັນດາກຳລັງສະໜັບສະໜູນການຫັນເປັນສະຫະພັນອອກຍອມຈຳນົນ ຫຼື ອາດຈະອອກຈາກປະເທດ”. ໃນຂະນະນັ້ນ, ບັນດາແຫຼ່ງຂ່າວຈາກກຳລັງຝ່າຍຄ້ານໃຫ້ຮູ້ວ່າ: ສະພາບການສູ້ຮົບຢູ່ບັນດາແຂວງພາກຕາເວັນອອກ ຢູແກຼນ ບໍ່ມີສັນຍານຜ່ອນຄາຍ ແລະ ຈຳນວນຮັບບາດເຈັບຍັງສືບຕໍ່ເພີ່ມຂຶ້ນ. ແຫຼ່ງຂ່າວໃຫ້ຮູ້ວ່າ: ບັນດາການບຸກໂຈມຕີດ້ວຍລູກສອນໄພ Grad ຢູ່ເມືອງ Amvrosievka, ຫ່າງຈາກນະຄອນ Donetsk 50 ກມ, ເຮັດໃຫ້ 3 ຄົນເສຍຊີວິດ ແລະ ນັບສີບໆຄົນຮັບບາດເຈັບ. ການປະທະກັນລະຫວ່າງທະຫານລັດຖະບານ ແລະ ກຳລັງສະໜັບສະໜູນການຫັນເປັນສະຫະພັນໄດ້ເກີດຂຶ້ນຢ່າງດຸເດືອດຢູ່ Slavyansk ຂຶ້ນກັບແຂວງ Donetsk.