ລັດ​ຖະ​ບານ ກົ້ມ​ຫົວໄວ້​ອາ​ໄລຕໍ່ດວງວິນຍ​ານບັນ​ດາ​ຜູ້​ເສ​ຍ​ຊ​ີ​ວິດ​ຍ້ອ​ນ​ພາ​ຍຸ, ນ້ຳ​ຖ້ວມ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍົກໃຫ້ເຫັນສະພາບຕົວຈິງວ່າ: ໃນເດືອນຕຸລານີ້, ພາຍຸ, ນ້ຳຖ້ວມໄດ້ເກີດຂຶ້ນຕໍ່ເນື່ອງຢູ່ຫວຽດນາມ, ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ.
ລັດ​ຖະ​ບານ ກົ້ມ​ຫົວໄວ້​ອາ​ໄລຕໍ່ດວງວິນຍ​ານບັນ​ດາ​ຜູ້​ເສ​ຍ​ຊ​ີ​ວິດ​ຍ້ອ​ນ​ພາ​ຍຸ, ນ້ຳ​ຖ້ວມ - ảnh 1ສະມາຊິກລັດຖະບານເຂົ້າຮ່ວມກອງປະຊຸມທຸກຖ້ວນໜ້າກົ້ມຫົວໄວ້ອາໄລເປັນເວລາ 1 ນາທີຕໍ່ດວງວິນຍານບັນດາຜູ້ເສຍຊີວິດຍ້ອນພາຍຸ, ນ້ຳຖ້ວມ (ພາບ: VGP) 

ຕອນເຊົ້າວັນທີ 30 ຕຸລາ, ພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ລັດຖະບານໄດ້ຈັດວາລະປະຊຸມປະຈຳເດືອນຕຸລາ 2020 ເພື່ອປຶກສາຫາລືກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມໃນ 10 ເດືອນທີ່ຜ່ານມາ, ໃນນັ້ນມີການແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກພາຍຸ, ນ້ຳຖ້ວມຢູ່ເຂດພາກກາງ. ກ່າວຄຳເຫັນໄຂວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍົກໃຫ້ເຫັນສະພາບຕົວຈິງວ່າ: ໃນເດືອນຕຸລານີ້, ພາຍຸ, ນ້ຳຖ້ວມໄດ້ເກີດຂຶ້ນຕໍ່ເນື່ອງຢູ່ຫວຽດນາມ, ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ. ເມື່ອເຕື້ອງເຖິງເຫດການ ພາຍຸນ້ຳຖ້ວມທີ່ ເຮັດໃຫ້ມີຜູ້ເສຍຊີວິດ 230 ຄົນນັ້ນ, ທ່ານນາຍົກລັດຖະມົນຕີໄດ້ສະເໜີສະມາຊິກລັດຖະບານເຂົ້າຮ່ວມກອງປະຊຸມທຸກຖ້ວນໜ້າກົ້ມຫົວໄວ້ອາໄລເປັນເວລາ 1 ນາທີຕໍ່ດວງວິນຍານບັນດາຜູ້ເສຍຊີວິດຍ້ອນພາຍຸ, ນ້ຳຖ້ວມ.

ພາຍຫຼັງການກົ້ມຫົວໄວ້ອາໄລ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງ ຄະນະກຳມະການແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານ ໄພທຳມະຊາດ, ກຳລັງຕຳຫຼວດ, ກອງທັບ, ກຳລັງຢູ່ທ້ອງຖິ່ນທີ່ເຂົ້າຮ່ວມການຍົກຍ້າຍປະຊາຊົນໄປຍັງເຂດປອດໄພ ແລະ ປະຕິບັດວຽກງານກູ້ໄພກູ້ຊີບໂດຍໄວ. ຕາມການສະຖິຕິແລ້ວ, ມີປະຊາຊົນ 1,3 ລ້ານຄົນໄດ້ຍົກຍ້າຍໄປຍັງເຂດປອດໄພກ່ອນເວລາພາຍຸພັດເຂົ້າ, ເປັນການປະກອບສ່ວນເຂົ້າການຫຼຸດຜ່ອນຄວາມເສຍຫາຍຫຼາຍພໍສົມຄວນ.

ຕອບກັບ

ຂ່າວ/ບົດ​ອື່ນ