ລັດຖະບານ ຊີຣີ ປະຕິເສດບົດລາຍງານຂອງ OPCW ກ່ຽວກັບການນຳໃຊ້ອາວຸດເຄມີ

(VOVWORLD) - ວັນທີ 1 ກໍລະກົດ, ລັດຖະບານ ຊີຣີ ໄດ້ປະຕິເສດບົດລາຍງານຂອງອົງການເກືອດຫ້າມອາວຸດເຄມີ (OPCW), ໃນນັ້ນຖືວ່າ: ທາດພິດ sarin ຖືກນຳໃຊ້ໃນເຫດບຸກໂຈມຕີຢູ່ພາກເໜືອຂອງ ຊີຣີ ໃນເດືອນ ເມສາປີ 2017. 

ລັດຖະບານ ຊີຣີ ປະຕິເສດບົດລາຍງານຂອງ OPCW ກ່ຽວກັບການນຳໃຊ້ອາວຸດເຄມີ - ảnh 1 ຜູ້ປະສົບເຄາະຮ້າຍຈາກທາດພິດເຄມີເມື່ອວັນທີ 4 ເມສາ

(ພາບ: REUTERS)

ໃນຖະແຫຼງການຮ່ວມ, ກະຊວງການຕ່າງປະເທດ ຊີຣີ ໄດ້ເນັ້ນໜັກວ່າ: ຄະນະປະຕິບັດງານຊອກຫາຄວາມຈິງ (FFM) ຂອງ OPCW ໄດ້ຂຽນບົດລາຍງານໂດຍອີງໃສ່ປາກຄຳຂອງບັນດາພາກສ່ວນກໍ່ການຮ້າຍ. ກ່ອນໜ້ານັ້ນ, ວັນທີ 30 ມິຖຸນາ, FFM  ໄດ້ປະກາດບົດລາຍງານໂດຍຖືວ່າ: ທາດພິດເຄມີ sarin ຖືກນຳໃຊ້ໃນການບຸກໂຈມຕີຢູ່ພາກເໜືອ ຊີຣີ ໃນເດືອນ ເມສາ 2017 ເຮັດໃຫ້ນັບສິບໆຄົນເສຍຊີວິດ.

        ເຫດບຸກໂຈມຕີເກີດຂຶ້ນເມື່ອວັນທີ 4 ເມສາ ຢູ່ເທດສະບານ Khan Sheikhun, ຂຶ້ນກັບແຂວງ Idlib, ເຮັດໃຫ້ 87 ຄົນເສຍຊີວິດ. ຝ່າຍຕາເວັນຕົກໄດ້ກ່າວຫາບັນດາກຳລັງຂອງທ່ານປະທານາທິບໍດີ Bashar Al Assad ເປັນຜູ້ໜູນຫຼັງເຫດການນີ້. ເຖິງຢ່າງໃດກໍ່ຕາມ, ລັດຖະບານ ຊີຣີ ເດັດດຽວປະຕິເສດ, ພ້ອມທັງເນັ້ນໜັກວ່າ ບັນດາກຳລັງປະກອບອາວຸດຊີຣີ ບໍ່ໄດ້ນຳໃຊ້ ແລະ ຈະບໍ່ນຳໃຊ້ອາວຸດເຄມີໃນການບຸກໂຈມຕີຄັ້ງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ