ລັດຖະບານ ຊີຣີ ຢືນຢັນການ ເລືອກຕັ້ງສະພາແຫ່ງຊາດ ດຳເນີນໄປດ້ວຍດີ.

ລັດຖະບານ ຊີຣີ ຢືນຢັນການ ເລືອກຕັ້ງສະພາແຫ່ງຊາດ ດຳເນີນໄປດ້ວຍດີ. - ảnh 1
ຊາວ ຊີຣີ ໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດ
( ພາບ: SANA )

Vovworld- ວັນ​ທີ 8/5 ລັດຖະບານ ຊີ້ຣີ ຖະ​ແຫຼ​ງວ່າ ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ວິວັດທະນາ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ທີ່​ຖືກ​ດຳ​ເນີນ​ກ່ອນ​ໜ້າ​ນັ້ນ 1 ວັນ. ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ຊີຣີ Mohammad Ibrahim Al Sha ar ຢືນຢັນ​ວ່າ ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ດຳ​ເນີນ​ໄປ​ດ້ວຍ​ດີ. ທ່ານ​ປະທານ ຄະນະ​ກຳມະການ​ເລືອກ​ຕັ້ງ Khalaf Al- Azawi ​ໃຫ້​ຮູ້​ວ່າ ການ​ເລືອ​ຕັ້ງ​ຖືກ​ດຳ​ເນີນ​ໂດຍ​ພາຍ​ໄຕ້​ການ​ຕິດຕາມກວດກາ​ຢ່າງ​ແໜ້ນ​ແຟ້ນຂອງ ຄະນະ​ກຳມະການ​ຍຸດຕິ​ທຳ​ເອກະລາດ ​ແລະ ມີ​ອົງການ​ສຳນັກງານ​ສື່​ມວນຊົນ ກ່ວາ 200 ຫົວໜ່ວຍ​ມາ​ໃຫ້​ຂ່າວ. ນອກ​ຈາກ​ນັ້ນ, ມີ​ນັກ​ທະນາ​ຍຄວາມ ​ແລະ ນັກຮຽນ​ຮູ້ 100 ຄົນ​ກໍ​ໄດ້​ເຂົ້າ​ຮ່ວມ​ຕິດຕາມ ວິວັດທະນາ​ການ​ເລືອກ​ຕັ້ງນີ້. ຕາມ​ທ່ານ Azawi, ມາ​ຮອດ​ຈຸດ​ເວລາ​ນີ້, ອົງການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຍັງ​ບໍ່​ທັນ​ຮັບ​ໜັງສື​ຮ້ອງທຸກ​ໃດໆ​ເທື່ອ.
ຂ່າວ/ບົດ​ອື່ນ