ລັດຖະບານ ອັງກິດ ຈັດກອງປະຊຸມດ່ວນ ພາຍຫຼັງການບຸກໂຈມຕີຮ້າຍແຮງ ຢູ່ລອດອນ

ລັດຖະບານ ອັງກິດ ຈັດກອງປະຊຸມດ່ວນ ພາຍຫຼັງການບຸກໂຈມຕີຮ້າຍແຮງ ຢູ່ລອດອນ - ảnh 1
ພາບປະກອບ
(giaoduc.net.vn)

(vovworld) – ຕອນ​ຄຳ່​ວັນ​ທີ 22/5, ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron ​ໄດ້​ຈັດ​ກອງ​ປະ​ຊຸມດ່ວນ​ໃນ​ຕອນ​ເຊົ້າ​ວັນ​ທີ 23/5, ພາຍຫຼັງ​ເກີດ​ເຫດ​ຄາດ​ຕະກຳ​ທີ່​ຮ້າຍ​ແຮງ​ເຊິ່ງ​ໄດ້​ຮັບ​ຖື​ວ່າ​ກ່ຽວຂ້ອງ​ເຖິງ​ການ​ກໍ່​ການ​ຮ້າ​ຍຢູ່​ທາງທິດ​ຕາ​ເວັນ​ອອກສຽງ​​ໃຕ້​ຂອງ​ນະຄອນຫຼວງ ລອນ​ດອນ​.

    ກ່ອນ​ໜ້າ​ນັ້ນ, ວັນ​ທີ 22/5, ມີ​ຊາວ​ໜຸ່ມ​ຜູ້​ໜຶ່ງ​ຖື​ກຟັນ​ຕາຍ​ດ້ວຍ​ພ້າ ​ໃນ​ຖະໜົນ​ຢູ່​ເຂດ Woolwich ຕໍ່ໜ້າ​ການ​ເປັນ​ສັກຂີ​ພິຍານຂອງ​ຫຼາຍ​ຄົນ. ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ຢູ່​ເຂດ​​​ໃກ້​ກັບ​ຄ້າຍ​ທະຫານ​ແຫ່ງ​ໜຶ່ງ ​ແລະ ຫຼັງ​ຈາກ​ນັ້ນ​ຜູ້​ບຸກ​ໂຈມ​ຕີ 2 ຄົນ​ຖືກ​ຕຳຫຼວດ​ຍິງ​ບາດ​ເຈັບ. ສື່​ມວນ​ຊົນ ອັງກິດ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ຕົວ​ພະຍານ​ຫຼາຍ​ຄົນ​​ໂດຍໃຫ້​ຮູ້​ວ່າ: ຜູ້​ປະສົບ​ເຄາະ​ຮ້າຍ​ແມ່ນ​ທະຫານ ອົງ​ກິດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຊື່​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ຍັງ​ບໍ່​ໄດ້​ຮັບ​ການປະກາດ​​ເທື່ອ. ກ່າວ​ຄຳ​ເຫັນ​ຈາກ ປາຣີ ​ໃນ​ການ​ປະຊຸມ​ຂ່າວ​ກັບ​ປະທາ​ນາ​ທິບໍດີ ຝຣັ່ງ Francois Hollande ພາຍຫຼັງ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ອັງກິດ Cameron ​ເວົ້າ​ວ່າ: ປະ​ເທດ ອັງກິດ ຈະ​ບໍ່​ຍອມຈຳ​ນົນ​ເມື່ອ​ປະ​​ເຊີນ​ໜ້າ​ກັບ​ບັນດາ​ການ​ບຸກ​ໂຈມ​ຕີ​ຄື​ດັ່ງກ່າວ. ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ສະ​​ແດງ​ນ້ຳ​ໃຈ​ສາມັກຄີ​ກັບ​ນາຍົກລັດຖະມົນຕີ Cameron ​ແລະ ປະ​ເທດ ອັງກິດ​ ​ໃນ​ເຫດການ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ