(VOVWORLD) - ໃນຕອນເຊົ້າວັນທີ 15 ມິຖຸນາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14, ທ່ານ ຫງວຽນຈີ໋ຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແມ່ນລັດຖະມົນຕີຜູ້ສຸດທ້າຍຕອບບັນດາຄຳຊັກຖາມໂດຍກົງໄດ້ຮັບຫຼາຍຄຳຖາມກ່ຽວກັບການຈັດແບ່ງແຫຼ່ງກຳລັງແຫ່ງຊາດ.
ທ່ານລັດຖະມົນຕີຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢູ້ງ |
ນອກຈາກ ມາດຕະການລະດົມແຫຼ່ງກຳລັງສັງຄົມໃຫ້ແກ່ການລົງທຶນພັດທະນາ, ຫຼີກລ້ຽງການຟຸມເຟືອຍໃນການລົງທຶນຂອງລັດ ແລະ ຄວາມຮັບຜິດຊອບຂອງກະຊວງ, ຂະແໜງການໃນບັນດາໂຄງການຈຸດສຸມແຫ່ງຊາດແລ້ວກໍ່ແມ່ນບັນດາເນື້ອໃນໂດຍບັນດາສະມາຊິກສະພາແຫ່ງຊາດ ຊັກຖາມທ່ານລັດຖະມົນຕີ ຫງວຽນຈີ໋ຢູ້ງ.
ກ່ຽວກັບໝາກຜົນຂອງການຄຸ້ມຄອງເງິນລົງທຶນໃນໄລຍະຜ່ານມາ, ທ່ານລັດຖະມົນຕີ ຫງວຽນຈີ໋ຢູ້ງ ຖືວ່າ:
“ເພີ່ມທະວີຄຸ້ມຄອງການລົງທຶນພັດທະນາໃນທຸກໆຂອດ, ຈາກການວາງແຜນຜັງ, ກະກຽມການລົງທຶນ, ສ້າງໂຄງການ, ຕະຫຼອດຮອດການຜັນຂະຫຍາຍ, ຕິດຕາມກວດກາການປະຕິບັດການຄວບຄຸມ, ການສະຫຼຸບກິດຈະກຳ…ທຸກໆຂອດນີ້ໄດ້ຮັບການອອກແບບຢ່າງແໜ້ນແຟ້ນອາດຈະເພີ່ມທະວີວຽກງານຄຸ້ມຄອງ. ທີສອງແມ່ນ, ການສ້າງ, ເພີ່ມເຕີມ, ມອບໝາຍແຜນການກໍ່ຄືການຄຸ້ມຄອງແໜ້ນແຟ້ນ, ຈັດແບ່ງແຜນການໃຫ້ຕິດແທດກັບສະພາບຕົວຈິງ, ຕິດພັນກັບຄວາມສາມາດ. ຮັບປະກັນລັກສະນະກະຈ່າງແຈ້ງ, ເປີດເຜີຍລະຫວ່າງບັນດາເຂດພາກ, ທ້ອງຖິ່ນ ແລະ ບັນດາຂະແໜງການ.”
ເມື່ອເຕື້ອງເຖິງມາດຕະການເພື່ອດຶງດູດຫຼາຍໂຄງການຄູ່ຮ່ວມມືພາກເອກະຊົນ (PPP) ເພື່ອແນໃສ່ເພີ່ມທະວີແຫຼ່ງກຳລັງເພື່ອພັດທະນາເສດຖະກິດ, ທ່ານລັດຖະມົນຕີ ຫງວຽນຈີ໋ຢູ້ງ ຍອມຮັບວ່າ ເອກະສານສຳລັບບັນດາໂຄງການ PPP ພວມມີບັນຫາ, ດັ່ງນັ້ນ, ກະຊວງພວມຄົ້ນຄ້ວາເພື່ອສະເໜີລັດຖະບານປັບປຸງດຳລັດ 15:
“ການດຶງດູດການລົງທຶນຍັງມີການແຕກໂຕນກັນລະຫວ່າງບັນດາທ້ອງຖິ່ນ ແມ່ນຍ້ອນທ່າໄດ້ປຽບໃນການແກ່ງແຍ້ງຂອງບັນດາທ້ອງຖິ່ນບໍ່ເທົ່າທຽມກັນ. ບີ່ງເຢືອງ, ດົ່ງນາຍ, ບັກນີງ, ຫວີງຟຸກ ດຶງດູດທຶນໄດ້ເປັນຢ່າງດີ, ແຕ່ບາງແຂວງເຂດທົ່ງພຽງແມ່ນ້ຳຂອງ ຫຼື ເຂດຕາເວັນຕົກພາກເໜືອແມ່ນບໍ່ໄດ້ດີປານໃດ. ດັ່ງນັ້ນ ຕ້ອງສືບຕໍ່ລົງທຶນພື້ນຖານໂຄງລ່າງ, ການເຊື່ອມຕໍ່ຄົມມະນາຄົມຈາກທາງບົກ, ທ່າກ່ຳປັ່ນທະເລຕະຫຼອດຮອດບັນດາພື້ນຖານໂຄງລ່າງລວມ. ຕ້ອງບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຍ້ອນວ່າມີຫຼາຍບ່ອນແຫຼ່ງຊັບພະຍາກອນມະນຸດບໍ່ສາມາດຕອບສະໜອງໄດ້.”
ເຂົ້າຮ່ວມການອະພິປາຍໃນວາລະຊັກຖາມໃນຕອນເຊົ້າວັນທີ 15 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຖືວ່າ: ລັດຖະບານໄດ້ຍອມຮັບວ່າເລື່ອງຈັດແບ່ງທຶນຍັງຊັກຊ້າຢູ່:
“ຂ້າພະເຈົ້າເນັ້ນໜັກວ່າ: ບັນດາມາດຕະການຄື: ສືບຕໍ່ກວດກາ, ປັບປຸງບັນດາຂໍ້ກຳນົດ, ເພີ່ມທະວີ ລະບຽບວິໄນ, ຍົກສູງຄວາມຮັບຜິດຊອບຂອງຜູ້ນຳໜ້າ, ຍົກສູງກຳລັງຄວາມສາມາດຂອງຄະນະຄຸ້ມຄອງໂຄງການ. ກວດກາ, ປັບປຸງບັນດາບັນຫາເຄັ່ງຮ້ອນໃນບັນດາເອກະສານກ່ຽວກັບການລົງທຶນຂອງລັດ. ລັດຖະບານ ແລະ ນາຍົກລັດຖະມົນຕີ ຊີ້ນຳເພີ່ມທະວີການກວດກາ, ກວດສອບບັນຊີ, ແກ້ໄຂບັນດາບັນຫາຫຍໍ້ທໍ້ກໍ່ຄືບັນດາການນຳທີ່ປະໃຫ້ເກີດການຊັກຊ້າ, ການຫຍໍ້ທໍ້ໃນການປ່ອຍເງິນລົງທຶນຂອງລັດຢ່າງເຂັ້ມງວດ.”