ລັດຖະບານຊີຣີປະຕິເສດເລື່ອງນຳໃຊ້ອາວຸດເຄມ

(VOVWORLD) -ວັນທີ 08 ກັນຍາ, ລັດຖະບານຊີຣີ ໄດ້ອອກສຽງປະຕິເສດເລື່ອງນຳໃຊ້ອາວຸດເຄມີ ໃນບັນດາເຫດບຸກໂຈມຕີຕ້ານຄືນພວກລຸກຮື້ຂຶ້ນ
ລັດຖະບານຊີຣີປະຕິເສດເລື່ອງນຳໃຊ້ອາວຸດເຄມ - ảnh 1 (ພາບປະກອບ: AFP/TTXVN)

ພິເສດແມ່ນເຫດການຢູ່ເທດສະບານເມືອງ Khan Sheikhun, ຂຶ້ນກັບແຂວງ Idlib ເມື່ອເດືອນ ເມສາ ປີ 2017 ເຮັດໃຫ້ 80 ຄົນເສຍຊີວິດ. ສຳນັກຂ່າວສານແຫ່ງລັດ SANA ຊີ້ແຈ້ງວ່າ, ລັດຖະບານຊີຣີ ຍັງບໍ່ເຄີຍ ແລະ ຈະບໍ່ນຳໃຊ້ອາວຸດເຄມີຢູ່ຊີຣີ ຍ້ອນວ່າບໍ່ມີອາວຸດປະເພດນີ້. ຄຳຖະແຫຼງດັ່ງກ່າວຖືກຍົກອອກມາໃນສະພາບທີ່, ຄະນະກຳມະການສືບສວນກ່ຽວກັບຊີຣີ ຂອງສະຫະປະຊາຊາດໄດ້ປະກາດບົດລາຍງານສະບັບໜຶ່ງໃນວັນທີ 06 ກັນຍາ, ໃນນັ້ນບັນດານັກສືບສວນສະຫະປະຊາຊາດ ໄດ້ກ່າວຫາລັດຖະບານຊີຣີ ວ່າ ຢືນຢູ່ເບື້ອງຫຼັງເຫດບຸກໂຈມຕີດ້ວຍອາວຸດເຄມີຢູ່ Khan Sheikhun. ລັດຖະບານຊີຣີ ຖືວ່າ, ບົດລາຍງານດັ່ງກ່າວມີລັກສະນະການເມືອງ, ເພື່ອແນໃສ່ກໍ່ຜົນສະທ້ອນເຖິງວຽກງານສືບສວນຂອງຄະນະປະຕິບັດງານຂຶ້ນກັບອົງການຫ້າມອາວຸດເຄມີ (OPCW).

ຕອບກັບ

ຂ່າວ/ບົດ​ອື່ນ