ກອງປະຊຸມຂອງຄະນະລັດຖະບານຍີ່ປຸຸ່ນ
(ພາບ: ສຳນັກຂ່າວສານ ຫວຽດນາມ)
(vovworld) – ວັນທີ 2/8, ຄະນະລັດຖະບານຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ຮັບຮອງເອົານະໂຍບາຍເສດຖະກິດໃໝ່ດ້ວຍບ້ວງກະຕຸ້ນທີ່ມີມູນຄ່າກ່ວາ 28.000 ຕື້ເຢນ (ເທົ່າກັບ 274 ຕື້ USD) ເພື່ອແນໃສ່ເພີ່ມລະດັບ “ການລົງທຶນມຸ່ງໄປເຖິງອະນາຄົດ”. ລັດຖະບານ ຍີ່ປຸ່ນ ຄາດຄະເນວ່າ ດ້ວຍບ້ວງເງິນກະຕຸ້ນດັ້ງກ່າວ, GDP ຂອງປະເທດນີ້ຈະເພີ່ມຂຶ້ນ 1,3%, ໃນສະພາບເສດຖະກິດພາຍໃນປະເທດພວມຕ້ອງປະເຊີນໜ້າກັບສະພາບການໃຊ້ສອຍ, ການລົງທຶນພາກເອກະຊົນພວມຫລຸດລົງຢ່າງແຮງ, ເສດຖະກິດໂລກເຕີບໂຕຢ່າງຊັກຊ້າ ແລະ ມີຄວາມສ່ຽງຫຼາຍຢ່າງ. ຕາມແຜນການແລ້ວ, ຈຳນວນເງິນ 10.700 ຕຶ້ື້ເຢນ ໃນບ້ວງເງີນກະຕຸ້ນນີ້ແມ່ນຮັບໃຊ້ການລົງທຶນພື້ນຖານໂຄງລ່າງ, ຄືການກໍ່ສ້າງບັນດາເສັ້ນທາງລົດໄຟຄວາມໄວສູງ, ທ່າກ່ຳປັ່ນສຳລັບກ່ຳປັ່ນມີນ້ຳໜັກສູງ ແລະ ການລົງທຶນການເງິນເພື່ອຕອບສະໜອງບັນດາບ້ວງເງິນກູ້ຢຶມດ້ວຍຄ່າດອກເບ້ຍຕ່ຳໃຫ້ແກ່ບັນດາໂຄງການພື້ນຖານໂຄງລ່າງ, ຈຳນວນເງິນ 10.700 ຕື້້ເຢນໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເພື່ອຮັບມືກັບຄວາມສ່ຽງດ້ານການເງິນເມື່ອ ອັງກິດ ຖອນອອກຈາກສະຫະພາບ ເອີລົບ, ຈຳນວນເງິນ 3.000 ຕື້ເຢນໜູນຊ່ວຍການຟື້ນຟູບັນດາທ້ອງຖິ່ນຖືກໄພພິບັດທຳມະຊາດໃນນັ້ນມີ Kumamoto ແລະ ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອຂອງ ຍີ່ປຸ່ນ. ຄຽງຄູ່ກັນນັ້ນ, ຈຳນວນເງິນ 3.500 ຕື້ເຢນໄດ້ສະຫງວນເພື່ອເພີ່ມວັນເວລາສະໜອງເງິນລ້ຽງດູເດັກ, ໜູນຊ່ວຍຜູ້ມີລາຍຮັບຕ່ຳ ແລະ ຈ່າຍທຶນສຶກສາ.