ລັດຖະບານປຶກສາຫາລືມາດຕະການລະອຽດເພື່ອຍູ້ໄວການພັດທະນາເສດຖະກິດສັງຄົມ

ລັດຖະບານປຶກສາຫາລືມາດຕະການລະອຽດເພື່ອຍູ້ໄວການພັດທະນາເສດຖະກິດສັງຄົມ - ảnh 1
ກອງປະຊຸມ​ສາມັນ​ເດືອນ 5 ຂອງລັດຖະບານ
(vovworld) - ວັນ​ທີ 27/5, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງປະຊຸມ​ສາມັນ​ເດືອນ 5 ຂອງລັດຖະບານ. ສະພາບ​ເສດຖະກິດ​ສັງຄົມ​ໃນ​ເດືອນ 5 ​ແລະ ​ໃນ 5 ​ເດືອນ​ຕົ້ນ​ປີ​ນີ້​ສືບ​ຕໍ່​ທ່າ​ຟື້ນ​ຟູ ​ແລະ ພັດທະນາ; ​ໄພ​ເງິນ​ເຟີ້​ສະ​ເລ່ຍ​ໃນ 5 ​ເດືອນ​ຕົ້ນ​ປີ​ເພີ່ມ​ຂຶ້ນ 0,83%; ​ເສດຖະກິດ​ມະຫາ​ພາກ​ນັບ​ມື້​ນັບ​ເປັນ​ປົກກະຕິ; ການ​ຜະລິດ​ອຸດສາຫະກຳ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ​ເພີ່ມ​ຂຶ້ນ 9,2%, ສູງ​ກວ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ… ບັນດາ​ສະມາຊິກ​ລັດຖະບານ​ປຶກສາ​ຫາລື, ປະກອບ​ຄວາມ​ເຫັນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງ​ທີ່​ຄົງ​ຄ້າງ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່; ​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ. ກ່າວ​ຄວາມ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​ຮັບ​ເອົາ​ບັນດາ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ເພື່ອ​ປັບປຸງ  ​ແລະ ປະກາດ​ໃຊ້​ມະຕິ​ຂອງ​ລັດຖະບານ​ໃນ​ການ​ຄຸ້ມ​ຄອງ​ບໍລິ​ຫານ​ເສດຖະກິດ​ສັງຄົມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ຊີ້​ແຈ້ງວ່າ:

        “ພວກ​ເຮົາ​ຫາ​ກໍ່​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ກັບ ສ​ເກົາຫຼີ ​ແລະ ບາງ​ປະ​ເທດ​ອື່ນ ​ເພື່ອ​ສົ່ງ​ອອກຜະລິດ​ຕະພັນ​ກະ​ເສດ… ​ເພາະວ່າ​ໃນ​ຕໍ​ໜ້າ, ການ​ເຈລະຈາ FTA ກັບ EU ໃກ້​ຈະ​ສິ້ນ​ສຸດ​ແລ້ວ. ສຳລັບ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ຂອງ​ວິ​ສາ​ຫະກິດ, ພວກ​ເຮົາ​ຕ້ອງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ພັດທະນາ“.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ​ໃສ່​ໃຈບັນດາ​ກະຊວງ, ທ້ອງ​ຖີ່​ນສືບ​ຕໍ່​ປະຕິບັດ​ບັນດາ​ນະ​ໂຍບາຍ, ລາຍການ​ຮັບປະກັນ​ຊີວິດ​ສັງຄົມ, ພິ​ເສດ​ແມ່ນ​ສຳລັບ​ຄົນ​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເປັນ​ຢ່າງ​ດີ. 


ຂ່າວ/ບົດ​ອື່ນ