ລັດ​ຖະ​ບານ​​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ໜ້າ​ທີ່​ວາງ​ອອກ​ເປັນ​ຢ່າງ​ດີ

(VOVWORLD) -ບັນດາຜູ້ແທນຖືວ່າ ລັດຖະບານໄດ້ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ວາງອອກເປັນຢ່າງດີທີ່ສຸດ. 
ລັດ​ຖະ​ບານ​​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ໜ້າ​ທີ່​ວາງ​ອອກ​ເປັນ​ຢ່າງ​ດີ - ảnh 1ທ່ານປະທານສະພາແຫງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມກອງະຊຸມ (ພາບ: TTXVN)

ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ບັນດາຜູ້ແທນໄດ້ປຶກສາຫາລືເປັນກຸ່ມກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2021, ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2022.

        ບັນດາຜູ້ແທນຖືວ່າ ລັດຖະບານໄດ້ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ວາງອອກເປັນຢ່າງດີທີ່ສຸດ. ຫວຽດນາມ ຕີລາຄາສູງກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19 ແລະ ຟື້ນຟູ, ພັດທະນາເສດຖະກິດເມື່ອທຽບໃສ່ກັບບັນດາປະເທດໃນໂລກ. ລັດຖະບານໄດ້ຜັນຂະຫຍາຍຫຼາຍນະໂຍບາຍເພື່ອໜູນຊ່ວຍຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ປັດຈຸບັນ, ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານໄດ້ຮັບປະກັນ, ບັນດາບັນຫາຕ່າງໆພວມສືບຕໍ່ການຮັບການຟື້ນຟູ ແລະ ມີບາດກ້າວພັດທະນາ. ອາດເວົ້າໄດ້ວາ, ຜົນງານທີ່ບັນລຸໄດ້ກ່ຽວກັບການພັດທະນາເສດຖະກິດ - ສັງຄົມໃນໄລຍະຜ່ານມາແມ່ນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງທີ່ສຸດ ຂອງທົ່ວລະບົບການເມືອງ, ກໍ່ຄືການບໍລິຫານຂອງລັດຖະບານ ແລະ ບັນດາທ້ອງຖິ່ນໃນການຊອກຫາມາດຕະການແກ້ໄຂເພື່ອທັງປະຕິບັດໜ້າທີ່ປ້ອງກັນ, ຕ້ານພະຍາດໂຄວິດ - 19 ແລະ ຟື້ນຟູເສດຖະກິດສັງຄົມ. ທ່ານ ລີວັນຮວນ, ສະມາຊິກສະພາແຫ່ງຊາດແຂວງທ໊າຍງວຽນໃຫ້ຮູ້ວ່າ:

        ປະຊາຊົນເຫັນດີເຫັນພ້ອມ, ຕີລາຄາສູງ ແລະ ພິເສດມີຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາລັດຖະນະໂນບາຍຂອງພັກ, ລັດ, ລັດຖະບານໃນການບໍລິຫານພັດທະນາເສດຖະກິດສັງຄົມ. ບັນດາລັດຖະນະໂຍບາຍນັ້ນ ໄດ້ຫັນທິດຈາການປ້ອງກັນໄປສູ່ການຮັບມືຢ່າງປອດໄພ ແລະ ຄວບຄຸມພະຍາດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ