ລັດຖະບານພັນທະມິດ ໃໝ່ຂອງອີຕາລີຮັບດຳລົງຕຳແໜ່ງ
ນາຍົກລັດຖະມົນຕີອີຕາລີຄົນໃໝ່Enrico Letta
(ພາບ: AP)
(vovworld) – ຕອນເຊົ້າວັນທີ 28/4, ຕາມເວລາທ້ອງຖີ່ນ, ລັດຖະບານພັນທະມິດຂວາ - ຊ້າຍ ໃໝ່ຂອງອີຕາລີ ໂດຍທ່ານ Enrico Letta ເປັນນາຍົກລັດຖະມົນຕີ ໄດ້ຮັບດຳລົງຕຳແໜ່ງ. ລັດຖະບານໃໝ່ຂອງອີຕາລີ, ໄດ້ຮັບຖືວ່າແມ່ນລັດຖະບານໜຸ່ມແໜ້ນກວ່າໝູ່ (ດ້ວຍອາຍຸສະເລ່ຍແມ່ນ 53 ປີ) ພ້ອມທັງປະກອບດ້ວຍຫຼາຍພາກສ່ວນພັກຝ່າຍ ກໍ່ຄືເພດໃນປະຫວັດສາດມໍ່ໆມານີ້. ຍ້ອນສະພາບການເມືອງບໍ່ມີທາງອອກ ນັບແຕ່ການເລືອກຕັ້ງເມື່ອເດືອນ 2 ນັ້ນ ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງຄວາມມານະພະຍາຍາມແກ້ໄຂສະພາບຊຸດໂຊມທາງດ້ານເສດຖະກິດທີ່ຮ້າຍແຮງທີ່ສຸດຂອງປະເທດນີ້ໃນຮອບເວລາ 20 ປີທີ່ຜ່ານມາ. ທ່ານນາຍົກລັດຖະມົນຕີຄົນໃໝ່ອີຕາລີ Enrico Letta ສະແດງຄວາມປາຖະໜາ ຢາກມີການກະທຳຢ່າງວ່ອງໄວ ເພື່ອແກ້ໄຂສະພາບຫວ່າງງານ ກໍ່ຄືຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ. ການນຳຜູ້ນີ້ຍັງໝັ້ນໝາຍຈະມີການກະທຳຢ່າງວ່ອງໄວ ເພື່ອປະຕິບັດການປະຕິຮູບທີ່ສຳຄັນ.