ລັດຖະບານວາງອອກ 6 ໜ້າທີ່ຕົ້ນຕໍ່ເພື່ອພັດທະນາວິທະຍາສາດ ແລະ ເຕັກໂນໂລຢີ

ລັດຖະບານວາງອອກ 6 ໜ້າທີ່ຕົ້ນຕໍ່ເພື່ອພັດທະນາວິທະຍາສາດ ແລະ ເຕັກໂນໂລຢີ - ảnh 1
ພາບປະກອບ

(vovworld) - ​ລັດຖະບານ​ຫາ​ກໍ່​ປະກາດ​ໃຊ້​ໂຄງການ​ດຳ​ເນີນ​ງານປະຕິບັດ​ມະຕິ​ເລກທີ 20 ຂອງກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ​ ຊຸດ​​ທີ 9 ກ່ຽວ​ກັບ​ການ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ເພື່ອຮັບ​ໃຊ້​ພາລະກິດ​ຫັນ​ເປັ​ນອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫຼາດ​ຕາມກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ. ​ໂຄງການ​ລວມມີ 6 ໜ້າ​ທີ່​ຕົ້ນ​ຕໍ່, ​ໃນ​ນັ້ນ​ມີເລື່ອງ​ສືບ​ຕໍ່​ສ້າງ​ປັບປຸງ​ລະບອບ​ປ່ຽນ​ໃໝ່​ຢ່າງ​ແຮງ, ມີກົນ​ໄກ​ຄຸ້ມ​ຄ​ອງຢ່າງ​ຄົບ​ຊຸດ, ຈັດ​ຕັ້ງ, ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ; ​ເສີມ​ຂະຫຍາຍ ​ແລະ ​ເພີ່ມ​ທະວີ​ກຳລັງ​​ຄວາມ​ສາມາດ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ແຫ່ງ​ຊາດ, ພັດທະນາ​ຕະຫຼາດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ຮ່ວມ​ມື ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ກ່ຽວ​ກັບ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ. ຕາມ​ໂຄງການ​ແລ້ວ, ລັດຖະບານ​ຈະ​ປັບປຸງ​ກົດໝາຍ​ວ່າ​ດ້ວຍວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ສ້າງ​ບັນດາ​ເອກະສານ​ແນະນຳການ​ປະຕິບັດ​ເພື່ອ​ຫັນ​ບັນດາ​ເນື້ອ​ໃນ​ປ່ຽນ​ໃໝ່​ເປັນ​ລະອຽດ, ສົ່ງ​ເສີມ​​ເອກະ​ຊົນ​ສ້າງ​ຕັ້ງ ຫຼື ຮ່ວມ​ສຳພັນ​ກັບ​ລັດ​ເພື່ອ​ສ້າງ​ຕັ້ງ​ບັນ​ດາກ​ອງທຶນ​ລົງທຶນ​ສ່ຽງ​ໄພ​ໜູນ​ຊ່ວຍ​ພັດທະນາ​ເຕັກ​ໂນ​ໂລ​ຢີໃໝ່, ​ເຕັກ​ໂນ​ໂລ​ຢີສູງ.

 

ຂ່າວ/ບົດ​ອື່ນ