ລັດຖະບານສືບຕໍ່ຈັດກອງປະຊຸມຫົວເລື່ອງສະເພາະກ່ຽວກັບວຽກງານສ້າງ ກົດໝາຍ

ລັດຖະບານສືບຕໍ່ຈັດກອງປະຊຸມຫົວເລື່ອງສະເພາະກ່ຽວກັບວຽກງານສ້າງ ກົດໝາຍ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເປັນປະທານກອງປະຊຸມ
(ພາບ: Đức Tám/TTXVN)

(vovworld) – ວັນ​ທີ 17/7, ຢູ່​ສຳນັກງານ​ລັດຖະບານ, ​​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ, ລັດຖະບານ​ສືບ​ຕໍ່​ຈັດກ​ອງປະຊຸມ​ຫົວ​ເລື່ອງສະ​ເພາະ​ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ. ລັດຖະບານ​ໄດ້​ຮັບ​ຟັງລາຍ​ງານ, ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບຮ່າງ​ກົດໝາຍ​ບາງ​ສະບັບຄື: ຮ່າງ​ກົດໝາຍ​ວ່າ​ດ້ວຍອົງ​ການ​ຈັດ​ຕັ້ງ​ລັດຖະບານ (ສະບັບ​ປັບປຸງ), ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອົງການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ຮ່າງ​ກົດໝາຍ​ວ່າດ້ວຍ​​ພົນລະ​ເມືອງ, ຮ່າງ​ກົດໝາຍ​​ປັບ​ປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາ​ດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ບັນຊີ, ຮ່າງ​ກົ​ດໝາຍວ່າ​ດ້ວຍ​ການ​ປະກາດ​​ໃຊ້​ບັນດາ​ເອກ​ະສານ​ນິຕິ​ກຳ​ກົດໝາຍ​.

    ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ສະ​ເໜີ​ໃຫ້​ບັນດາ​ສະມາຊິກ​ລັດຖະບານ​ຍົກ​ສູງ​ຈິດ​​ໃຈຮັບຜິດຊອບ, ປະກອບ​ຄຳ​ເຫັນ, ພິ​ເສດ​ແມ່ນ​ບັນດາ​ເນື້ອ​ໃນທີ່​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ຂອບ​​ເຂ​ດກາ​ນຄຸ້ມ​ຄອງ​ຂອງ​ກະຊວງ, ຂະ​ແໜງ​ການ​ຂອງ​ຕົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ກໍ່​ຊີ້​ແຈ້ງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕ້ອງຮັບ​ປະ​ກັນ​ລັກສະນະ​ທັນ​ການ, ຖືກຕ້ອງ​ກັບ​ຄວາມ​ຄືບ​ໜ້າ.​.​. ພ້ອມ​ທັງ​ເອົາ​ໃຈ​ໃສ່​ຮັບປະກັນ​ຄຸນ​ນະພາ​ບຂອງ​ບັນດາ​ເອກະສານ​ນິຕິ​ກຳ, ​ນັ້ນ​ແມ່ນ​ລັກສະນະ​ຖືກຕ້ອງຕາມ​ກົດໝາຍ ​ແລະ ລັດຖະທຳ​ມະນູນ, ມີ​ຄວາມ​ສາມາດ​ເປັນ​ໄປ​ໄດ້​ຂອງ​ບັນດາ​ເອກ​ະສານ. ທ່າ​ນນາຍົກລັດ​ຖະມົນຕີ ຫງວຽນ​ເຕີນ​ຢູ້ງ, ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​​ແໜງ​ການ​​ເປັນ​​ເຈົ້າພາບ​ຮຽບຮຽງ​ບັນດາ​ຮ່າງ​ກົດໝາຍ​ດັ່ງກ່າວ, ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນດາ​ສະມາຊິກ​ລັດຖະບານ​ເພື່ອ​ເພີ່ມ​ເຕີມ, ສ້າງ​ສຳ​ເລັດ​ບັນດາ​ຮ່າງ​ກົດໝາຍ.



ຂ່າວ/ບົດ​ອື່ນ