ລັດຖະບານຫວຽດນາມຈະຍູ້ແຮງການປະຕິຮູບສະພາບແວດລ້ອມແຫ່ງການລົງທຶນ

ລັດຖະບານຫວຽດນາມຈະຍູ້ແຮງການປະຕິຮູບສະພາບແວດລ້ອມແຫ່ງການລົງທຶນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຕ້ອນ​ຮັບ
ທ່ານ​ນາງ Victoria Kwakwa,​ຜູ້​ອຳ​ນວຍ​ການ​ໃຫຍ່
​ທະ​ນາ​ຄານ​ໂລກ​
ພາບ:baotintuc.vn


(vovworld)- ຕອນ​ບ່າຍ​ວັນ​ທີ 11/2, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ໂລກ​ປະ​ຈຳ​ຫວຽດ​ນາມ, ທ່ານ​ນາງ Victoria Kwakwa, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນຄວາມ​ຕັດ​ສິນ​ໃຈ​ສ້າງ​ລະ​ບົບ​ການ​ເງິນ, ທະ​ນາ​ຄານ​ໃຫ້​ເໝາ​ະ​ສົມ​ກັບ​ທຳ​ນຽມ​ສາ​ກົນ,  ໂປ່​ງ​ໃສ ແລະ ມີ​ປະ​ສິດ​ທິ​ຜົນ. ຫວຽດ​ນາມ ຈະ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ສະ​ພາບ​ແວດ​ລ​້ອ​ມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ ດ້ວຍ​ຈຸດ​ໝາຍ​ທັດ​ທຽມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ. ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ເຊື່ອ​ໝັ້ນ​ວ່າ ດ້ວຍ​ຈຸດ​ໝາຍດັ່ງ​ກ່າວ, ໃນ​ປີ 2015 ຫວຽດ​ນາມ ຈະ​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ ແລະ ​ຢືນ​ຢັນ​ວ່າ: ລັດ​ຖະ​ບານ​ຫວຽດ​ນາມ ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງ​ການ​ສ້າງກອບ​ກົດ​ໝາຍ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ຕາມ​ຮູບ​ການ​ຮ່ວມ​ມື​ພາກ​ລັດ​ ແລະ ເອ​ກະ​ຊົນ (PPP), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ສ​ະ​ເຫນີ ທະ​ນາ​ຄານ​ໂລກ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ໂຄງ​ການ​ຄົມ​ມະ​ນາ​ຄົມ ຈາກ​ລອງ​ແທ່ງ- ເຢົາ​ໄຢ  ​ເຖິງ​ຟານ​ທຽດ. ນີ້ແມ່ນ​ໂຄງ​ການ​ເປັນ​ແບບ​ຢ່າງ​ສຳ​ລັບ​ການ​ຮ່ວມ​ມື​ພາກ​ລັດ ແລະ ເອ​ກະ​ຊົນ.

        ແບ່ງ​ປັນ​ບັນ​ດາ​​ຂໍ້ສັງ​ເກດ​ຂອງ​ທະ​ນາ​ຄານ​ໂລກ ກ່ຽວ​ກັບ​ວິ​ວັດ​ການ​ປະ​ຕິ​ຮ​ູບ​ລະ​ບຽບ​ການ​ບໍ​ລິ​ຫານ​ຂອງ​ຫວຽດ​ນາມ, ທ່ານ​ນາງ Victoria Kwakwa ໃຫ້​ຮູ້​ວ່າ: ຫວຽດ​ນາມ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​​ພິ​ເສດໃນ​ວິ​ວັດ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ລະ​ບຽບ​ພາ​ສີ, ປະ​ກັນ​ສັງ​ຄົມ. ທ່ານ​ນາງ Victoria Kwakwa ຫວັງ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ສືບ​ຕໍ່​ມີ​ບັນ​ດາ​ການ​ປະ​ຕິ​ຮູບ​ບຸກ​ທະ​ລຸ​ໃນ​ຂົງ​ເຂດນີ້. ຕາມ​ທ່ານ​ນາງ Victoria Kwakwa ແລ້ວ, ທະ​ນາ​ຄານ​ໂລກ ພ້ອມ​ແລ້ວ ​ທີ່​ຈະຫນູນ​ຊ່ວຍ​ລັດ​ຖະ​ບານ ໃນ​ການ​ປະ​ຕິ​ບັດ​ສຳ​ເລັດ​ນະ​ໂຍ​ບາຍ​ມະ​ຫາ​ພາກ, ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ຕິ​ຮູບ​ວິ​ສາ​ຫະ​ກິດ​ເປັນ​ຢ່າງ​ດີ​ທີ່​ສຸດ.       

 

ຂ່າວ/ບົດ​ອື່ນ