ລັດຖະບານຫວຽດນາມຕັດສິນໃຈປະຕິຮູບດ້ານການບໍລິຫານ

ລັດຖະບານຫວຽດນາມຕັດສິນໃຈປະຕິຮູບດ້ານການບໍລິຫານ - ảnh 1
ລັດຖະບານຫວຽດນາມຕັດສິນໃຈປະຕິຮູບດ້ານການບໍລິຫານ
(ພາບປະກອບ)

(vovworld) - ສະຫຼຸບ​ກອງປະຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ກ່ຽວ​ກັບ​​ຍູ້​ແຮງການປະຕິ​ຮູບ​ດ້ານ​ການ​ບໍລິຫານ ​ແລະ ປະຕິ​ຮູບ​ລະບອບ​ລັດຖະການ, ລັດຖະກອນ, ​ເຊິ່ງຫາ​ກໍ່​ຈັດ​ຂຶ້ນ​ຫວ່າງ​ແລ້ວ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ: ​ໃນ​ປີ 2015 ຕ້ອງ​ສ້າງ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ການປະຕິ​ຮູບ​ດ້ານ​ການ​ບໍລິຫານ, ປະຕິ​ຮູບ​ລະບອບ​ລັດຖະການ, ລັດຖະກອນ. ທ່ານ​ນາຍົກລັດຖະມົນຕີຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນຕ່າງໆ​, ຊາບ​ຊືມບົດບາດ​ຂອງການປະຕິ​ຮູບ​ດ້ານ​ການ​ບໍລິຫານ, ​ໃນ​ນັ້ນ​ປະຕິ​ຮູບ​ລະບອບ​ລັດຖະການ, ລັດຖະກອນ​ແມ່ນ​ຂອດ​ບຸກທະລຸ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 2011-2020, ​ແມ່ນ​ໜ້າ​ທີ່​ການ​ເມືອງ​ຈຸດ​ສຸມ, ​ເປັນ​ປະຈຳ​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ. ພ້ອມ​ກັນ​ນັ້ນ​ແມ່ນ​ສຸມ​ໃສ່​ປະຕິ​ຮູບ​ລະບອບ, ປັບປຸງ​ກົນ​ໄກ, ນະ​ໂຍບາຍ​ຕາມ​ກົນ​ໄກ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ; ​ເພີ່ມ​ທະວີ​ລັກສະນະ​ເປີດ​ເຜີຍ, ​ໂປ່​ງ​ໃສ, ຮັບປະກັນ​ສິດ​ເສລີ, ປະຊາທິປະ​ໄຕ​ຂອງ​ປະຊາຊົນ​ຕາມ​ລັດຖະທຳ​ມະນູນ.

ຂ່າວ/ບົດ​ອື່ນ