ທ່ານ ຫງວຽນວັນເນັນ
photo:laodong.com
|
(vovworld)- ທີ່ວາລະປະຊຸມໃນຕອນເຊົ້າວັນທີ 14/11 ຂອງກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ 13, ດ້ວຍບັດສະຫນັບສະຫນູນກວ່າ 70% ຈາກ ສສຊ, ທ່ານ ຫງວຽນວັນເນັນ, ຮອງຫົວຫນ້າຄະນະໂຄສະນາສຶກສາສູນກາງ ໄດ້ກາຍເປັນລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານຫວຽດນາມ. ດ້ວຍໝາກຜົນດັ່ງກ່າວ, ທ່ານ ຫງວຽນວັນເນັນ ກາຍເປັນໂຄສົກຂອງລັດຖະບານຄົນໃຫມ່ ແທນໃຫ້ທ່ານ ຫວູດືກດາມ ໂດຍສະພາແຫ່ງຊາດໃຫ້ສັດຕະຍະບັນແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີໃນວັນທີ 13/11. ມະຕິຕົກລົງກ່ຽວກັບການໃຫ້ສັດຕະຍາບັນແຕ່ງຕັ້ງທ່ານ ຫງວຽນວັນເນັນ ກໍໄດ້ຮັບບັດສະຫນັບສະຫນູນ 85,94% ຈາກ ສສຊ. ແລະ ກໍໃນຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ອ່ານໃບສະເຫນີກ່ຽວກັບເລື່ອງເພີ່ມຈຳນວນຮອງປະທານສະພາຊົນເຜ່ົາ, ຮອງຫົວຫນ້າກຳມາທິການການຕ່າງປະເທດ, ກຳມາທິການບັນດາບັນຫາສັງຄົມ, ກຳມາທິການວັດທະນະທຳສຶກສາຊາວຫຸນ່ມເຍົາວະຊົນ ແລະ ອະນຸຊົນ ແລະ ສະພາຊົນເຜົ່າ.