(VOVWORLD) -ບັນດາເຈົ້າໜ້າທີ່ ອີຢູ ພວມພິຈາລະນາບັນດາແຜນການໂຈະເລື່ອງອັງກິດຖອນຕົວອອກຈາກກຸ່ມນີ້ ໄປຮອດປີ 2020
ດ້ວຍຈໍານວນບັດສະໜັບສະໜູນ 325 ບັດ ແລະ ບັດຄ້ານ 306 ບັດ, ວັນທີ 16 ມັງກອນ, ລັດຖະບານຂອງ ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ຜ່ານຜ່າການປ່ອນບັດໄວ້ວາງໃຈ ຢູ່ສະພາແຫ່ງຊາດຂອງປະເທດນີ້. ຜ່ານນັ້ນ ເປັນການເປີດຊ່ອງທາງເພື່ອໃຫ້ການນໍາອັງກິດ ມານະພະຍາຍາມສ້າງຄວາມເຫັນດີເປັນເອກະພາບຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບຂໍ້ຕົກລົງ ວ່າດ້ວຍເລື່ອງປະເທດນີ້ ຖອນຕົວອອກຈາກສະຫະພາບເອີຣົບ (ອີຢູ) ຫຼືເອີ້ນວ່າ Brexit.
ທ່ານນາຍົກລັດຖະມົນຕີອັງກິດ Theresa May ພ້ອມດ້ວຍບັນດາສະມາຊິກລັດຖະສະພາ ທີ່ການປ່ອນວັນໃນວັນທີ 16/1 (ພາບ:AFP/TTXVN) |
ແລະກໍໃນວັນດຽວກັນ, ໜັງສືພິມ The Times ໄດ້ລົງຂ່າວວ່າ ບັນດາເຈົ້າໜ້າທີ່ ອີຢູ ພວມພິຈາລະນາບັນດາແຜນການໂຈະເລື່ອງອັງກິດຖອນຕົວອອກຈາກກຸ່ມນີ້ ໄປຮອດປີ 2020, ພາຍຫຼັງ ເຢຍລະມັນ ແລະ ຝລັ່ງສະແດງໃຫ້ເຫັນວ່າ ເຂົ້າເຈົ້າໄດ້ກຽມພ້ອມ ເພື່ອແກ່ຍາວບັນດາການເຈລະຈາ Brexit, ໃນສະພາບທີ່ເວທີການເມືອງ ອັງກິດ ພວມສັບສົນວຸ້ນວາຍ.