ລັດຖະບານອີຢີບ ຕົກລົງຍຸບເລິກການ ແຫ່ຂະບວນປະທ້ວງ

ລັດຖະບານອີຢີບ ຕົກລົງຍຸບເລິກການ ແຫ່ຂະບວນປະທ້ວງ - ảnh 1
ການແຫ່ຂະບວນປະທ້ວງຢູ່​ອີ​ຢີບ

(ພາບ:nguoiduatin.vn)

(vovworld)-​  ພາຍຫຼັງການປະຊຸມພິເສດຂອງລັດຖະບານ, ວັນທີ 31/7, ລັດຖະບານ ຊົ່ວຄາວອີຢີບ ໄດ້ຕົກລົງມອບສິດໃຫ້ກະຊວງພາຍໃນປະເທດນີ້ ຍຸບເລິກການແຫ່ ຂະບວນປະທ້ວງ ສະໜັບສະໜູນ​ປະທານາທິບໍດີ​ຜູ້​ຖືກ​ໂຄ່ນ​ລົ້ມ Mohamed Morsi ທີ່​ແກ່ຍາວ​ກ່ວາ 1 ​ເດືອນ​ຜ່ານ​ມາ​. ຄຳ​ປະກາດ​ຂອງ​ລັດຖະບານ​ອີ​ຢີບ ຊີ້​ແຈ້ງວ່າ ການ​ແຫ່ຂະ​ບວນປະ​ທ້ວງດັ່ງກ່າວ​ແມ່ນ​ການ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ​ຕໍ່​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ອີ​ຢີບ. ​ໃນ​ທັນທີ, ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ ​ແລະ ກຳລັງ​ສະໜັບສະໜູນ​ທ່ານ Mohamed Morsi ​ໄດ້​ອອກ​ສຽງ​ຄັດ​ຄ້ານ​ຂໍ້​ຕົກລົງ​ຂອງ​ລັດຖະບານ​ອີ​ຢີບ, ຖື​ວ່າ: ນີ້​ແມ່ນບາດ​ກ້າວ​ເດີນ​ເປີດ​ທາງ​ໃຫ້​ແກ່​ການ​ກະທຳ ”ປາບ​ປາມ​ຜູ້​ແຫ່​ຂະ​ບວນປະ​ທ້ວງ”. ​ໃນ​ຂະນະ​ນັ້ນ, ຂໍ້​ຕົກລົງ​ຍຸບເລິກ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ຝ່າຍ​ສະຫ​ນັບ​ສະ​ໜູນ​ທ່ານ Mohamed Morsi  ພັດ​ໄດ້​ຮັບ​ການ​ຕອບ​ສະໜອງ ​ແລະ ​ເຫັນ​ດີ​ເຫັນ​ພ້ອມ​ຈາກ ປຊຊ ອີ​ຢີບ ຫຼາຍ​ຄົນ. ຄຳ​ປະກາດ​ຂອງ​ການ​ນຳ​ຝ່າຍ​ສະໜັບສະໜູນ​ທ່ານ Mohamed Morsi  ພ້ອມ​ກັບ​ການ​ກະທຳ​ຂອງ​ຜູ້​ແຫ່​ຂະ​ບວນປະ​ທ້ວງສະ​ແດງ​ໃຫ້​ເຫັນ​ວ່າ ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງຕ່າງໆ ຮຽກຮ້ອງ​ໃຫ້​ຟື້ນ​ຟູ​ຕຳ​ແໜ່​ງ​ໃຫ້​ແກ່​ທ່ານ Mohamed Morsi ຍັງ​ຈະ​ສືບ​ຕໍ່​ເກີດ​ຂຶ້ນ ​ໂດຍ​ບໍ່​ຫົວ​ຊາຕໍ່​ເລື່ອງ​ອາດ​ຈະຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ການ​ກະທຳ​ແຂງ​ກະດ້າງຂອງ​ບັນດາ​ກຳລັງ​ປະຕິບັດ​ກົ​ດໝາຍ.

 

ຂ່າວ/ບົດ​ອື່ນ