ລັດຖະບານ​ເພີ່ມ​ທະວີ​ການສະໜອງບໍລິການ​ສາທາລະນະ​ທາງ​ອອນ​ລາຍ​ໃຫ້​ແກ່​ປະຊາຊົນ

(VOVWORLD) -        ຕອນເຊົ້າວັນທີ 06 ພຶດສະພາ, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານໄດ້ຈັດກອງປະຊຸມກ່ຽວກັບການສະໜອງການບໍລິການສາທາລະນະທາງອອນລາຍ ແລະ ຮັບເອົາຄໍາເຫັນປະກອບ, ຂໍ້ສະເໜີີແນະໃນຖານປະຕູການບໍລິການສາທາລະນະແຫ່ງຊາດໃນການປະຕິບັດການໜູນຊ່ວຍປະຊາຊົນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19.
ລັດຖະບານ​ເພີ່ມ​ທະວີ​ການສະໜອງບໍລິການ​ສາທາລະນະ​ທາງ​ອອນ​ລາຍ​ໃຫ້​ແກ່​ປະຊາຊົນ - ảnh 1 ກອງປະຊຸມກ່ຽວກັບການສະໜອງການບໍລິການສາທາລະນະທາງອອນລາຍ (ພາບ: VGP)

        ສະຫຼຸບກອງປະຊຸມ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ໃຫ້ຮູ້ວ່າ ເລື່ອງໃຫ້ການໜູນຊ່ວຍບັນດາເປົ້າໝາຍທີ່ຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ - 19 ແມ່ນນະໂຍບາຍບຸລິມະສິດແຖວໜ້າຂອງພັກ, ລັດຫວຽດນາມ. ທ່ານ ຊີ້ແຈ້ງວ່າ:

        “ຂ້າພະເຈົ້າຂໍ້ສະເໜີວ່າ ລະບຽບການໃດທີ່ຕ້ອງຫັນເປັນງ່າຍດາຍ, ຕ້ອງເຮັດໃຫ້ກະທັດລັດ ກໍຄວນຮວບຮ່ວມເຂົ້າໄດ້. ທີສອງແມ່ນຈະມີການເຊື່ອມຕໍ່ ແລະ ແບ່ງປັນຂໍ້ມູນຂ່າວສານລະຫວ່າງບັນດາອົງການສໍານັກງານ, ບໍ່ປະໃຫ້ຜູ້ນໍາໃຊ້ແຮງງານ ຕ້ອງໄປຮອດສໍານັກງານແຕ່ລະແຫ່ງເພື່ອເຮັດລະບຽບການບໍລິຫານ. ຕົກລົງເປັນເອກະພາບກັນ ຮຽກຮ້ອງໃຫ້ບັນດາວິສາຫະກິດ ແລະ ຜູ້ທີ່ໄດ້ຊົມໃຊ້ນະໂຍບາຍນີ້ ປະຕິບັດຜ່ານທາງອອນລາຍໃນຖານປະຕູການບໍລິການສາທາລະນະຂັ້ນແຂວງ, ນະຄອນ ແລະ ລະດັບຊາດ”.


 

ຕອບກັບ

ຂ່າວ/ບົດ​ອື່ນ