ລັດຖະບານໃໝ່ຂອງ Yemen ສາບານຕົວ ຮັບດຳລົງຕຳແໜ່ງ
(ພາບ: nytimes.com )
(vovworld)- ວັນທີ 9/11, ລັດຖະບານໃໝ່ຂອງ Yemen ໄດ້ຈັດພິທີສາບານຕົວຮັບດຳລົງຕຳແໜ່ງໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງພັກກອງປະຊຸມໃຫ່ຍປະຊາຊົນທົ່ວປະເທດ (GPC) ກຳອຳນາດໂດຍອະດີດປະທານາທິບໍດີ Ali Abdullah Saleh ນຳໜ້າ ແລະ ບັນດາທະຫານກະບົດອິດຊະລາມ Huothi ນິກາຍຊີອະ ພວມຄວບຄຸມນະຄອນຫຼວງ. ລັດຖະບານຂອງ Yemen ມີລັດຖະມົນຕີ 29 ທ່ານລວມມີບັນດາສະມາຊິກຂອງ GPC ແລະ ບາງຄົນສະໜິດສະໜົມກັບກຸ່ມ ທະຫານກະບົດອິດຊະລາມ Huothi.
ພາຍຫຼັງໄດ້ໂຕ້ຖຽງກັນເປັນເວລາຫຼາຍສັບປະດາ, ຝ່າຍຕ່າງຢູ່ Yemen ບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງໂດຍ ສປຊ ເປັນກາງ ຊື່ງຕາມນັ້ນແລ້ວ, ທ່ານ Khaled Bahah ຖືກແຕ່ງຕັ້ງເປັນນາຍົກລັດຖະມົນຕີ ແລະ ຮັບຜິດຊອບການສ້າງຕັ້ງລັດຖະບານ./.