ລັດຖະມົນການຕ່າງປະເທດຕ້ອນຮັບຫົວໜ້າອົງການອະນາໄມໂລກປະຈຳຫວຽດນາມ

( vovworld ) – ຕອນ​ເຊົ້າ​ວັນ​ທີ 5/4, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ​ໄດ້​ໃຫ້ການ​ຕ້ອນຮັບທ່ານ Takesi Kasai, ຫົວໜ້າອົງການອະນາ​ໄມໂລກ​ ( WHO ) ປະຈຳ​ຫວຽດນາມ ຄົນ​ໃໝ່​ທີ່​ເຂົ້າມາ​ຍື່ນ​ສານ​ຕາ​ຕັ້ງ. ກ່າວ​ຄຳ​ເຫັນ​ໃນ​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ Pham Binh Minh ​ໄດ້​ສະ​ເໜີ​ໃຫ້ WHO ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ຂະ​ແໜງສາທາລະນະ​ສຸກ, ​ໃນ​ນັ້ນ​ໃຫ້​ບຸລິມະສິດ​ແກ່​ວຽກ​ງານ​ປ້ອງ​ກັນ​ຕ້ານ​ພະຍາດ​ຕິດ​ແປດ ​ແລະ ພະຍາດ​ບໍ່​ຕິດ​ແປດ, ​ເພີ່ມ​ທະວີ​ທາ​ດບຳລຸງ, ອະນາ​ໄມ​ຮັບປະກັນຄວາມ​ປອດ​ໄພ​ດ້ານ​ສະບຽງອາຫານ​. ທ່ານ​ລັດຖະມົນຕີ Pham Binh Minh ​ໄດ້​ຮຽກຮ້ອງ​ໃຫ້ WHO ສົມທົບກັນຢ່າງ​ແໜ້ນ​​ແຟ້ນ​ກັບ​ບັນດາ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ ໃນ​ຂອບ​ເຂດ​ຂໍ້​ລິ​ເລີມ​ສະຫະ​ປະຊາ​ຊາດ​ໜື່ງດຽວ.

        ທ່ານ Takesi Kasai ​ເນັ້ນ​ໜັກ​ວ່າ, WHO ຖື​ຫວຽດນາມ ​ແມ່ນ​ໜື່ງ​ໃນ​ບັນດາ​ປະ​ເທດ​ໃຫ້​ບຸລິ​ມາ​ສິດ​​ໃນການ​ຮ່ວມ​ມື ​ແລະ ຢືນຢັນ​ວ່າ ຈະ​ສົມທົບກັນຢ່າງ​ແໜ້ນ​ແຟ້ນ​ກັບ​ລັດຖະບານ​ຫວຽດນາມ ເພື່ອ​ປະຕິບັດ​ໂຄງການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - WHO ​ໄລຍະ 2012 – 2013 ​ໃຫ້​ສຳ​ເລັດ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ໃຫ້​ບຸລິມະ​ສິດ​ຄືທ່ານ​ລັດຖະມົນຕີ Pham Binh Minh ​ໄດ້​ຍົກ​ອອກ​.

ຂ່າວ/ບົດ​ອື່ນ