ລັດຖະມົນຕີກະຊວງ ນັກຮົບເກົ່າ ແລະ ຜູ້ອາວຸໂສ ອັງໂກລາ ຢ້ຽມຢາມ ຫວຽດນາມ

ລັດຖະມົນຕີກະຊວງ ນັກຮົບເກົ່າ ແລະ ຜູ້ອາວຸໂສ ອັງໂກລາ ຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ
ຕ້ອນຮັບ​ທ່ານ​ລັດຖະມົນຕີກະຊວງນັກຮົບ​ເກົ່າ ​ແລະ ຜູ້​ອາວຸ​ໂສ ອັງ​ໂກລາ
(ພາບ: vietnamplus.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 13 ກັນຍາ, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີກະຊວງນັກຮົບ​ເກົ່າ ​ແລະ ຜູ້​ອາວຸ​ໂສ ອັງ​ໂກລາ, ພົນ​​ເອກ Kundi Paihama. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຍີນ ​ໄດ້​ສະ​ເໜີ​ໃຫ້​ລັດຖະບານ​ອັງ​ໂກລາ ອະນຸຍາດ​ສ້າງ​ຕັ້ງ​ກຸ່ມ​ປະຕິບັດ​ງານ​ກ່ຽວ​ກັບ​ຂົງ​ເຂດ​ສັງຄົມ​ໃນ​ຄະນະ​ກຳມະການ​ປະສົມ​ຫວຽດນາມ - ອັງ​ໂກລາ, ຜ່ານ​ນັ້ນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ທີ່​ເທົ່າທັດ​ທຽມ​ຂອງ 2 ປະ​ເທດ​ໃນ​ຂົງ​ເຂດ​ແຮງ​ງານ, ສັງຄົມ; ຊຸກຍູ້​ການ​ຮ່ວມ​ມື​ໃນ​ການ​ຮັບ, ຄຸ້ມ​ຄອງ​ຄົນ​ງານ​ຫວຽດນາມ ​ໄປ​ເຮັດ​ວຽກ​ຖືກ​ຕາມ​ກົດໝາຍອັງ​ໂກລາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ ອັງ​ໂກລາ ຕ້ອງ​ຍູ້​ແຮງ​ເລື່ອງ​ລົງ​ນາມ​ໃນຂໍ້​ຕົກລົງ​ແມ່ລະຫວ່າງ 2 ປະ​ເທດ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ, ບຳລຸງ​ສ້າງ​ວິຊາ​ຊີບ ​ແລະ ສະຫວັດດີ​ການ​ສັງຄົມ. ດຳ​ເນີນ​ການ​ເຈລະຈາ ​ແລະ ລົງ​ນາມ​ໃນ​ຂໍ້​ຕົກລົງ​ສະ​ເພາະ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານແຮງ​ງານ​ໂດຍ​ໄວ ​ເພື່ອ​ແນ​ໃສ່​ສ້າງ​ກົນ​ໄກຄັດ​ເລືອກ ແລະ ຄຸ້ມ​ຄອງ​ຄົນ​ງານ​ຫວຽ​ດນາມ ຢູ່​ອັງ​ໂກລາ, ຮັບປະກັນ​ບັນດາ​ປັດ​ໃຈ​ຖືກ​ຕາມ​ກົດໝາຍ​ ​ແລະ ຄວາມ​ສະ​ຫງົບ.

ຂ່າວ/ບົດ​ອື່ນ