ລັດຖະມົນຕີກະຊວງກະສິກຳແລະພັດທະນາຊົນນະບົດກວດການະໂຍບາຍໜູນຊ່ວຍຊາວປະມົງຢູ່ບິ່ງດິ້ງ
ລັດຖະມົນຕີ ກາວດຶກຟາດ ເຮັດວຽກຢູ່ແຂວງ ບິ່ງດິ້ງ
(vovworld) – ຕອນເຊົ້າວັນທີ 5/7, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກາວດຶກຟາດ ແລະ ຄະນະປະຕິບັດງານມີການເຮັດວຽກກັບການນຳແຂວງ ບິ່ງດິ້ງ, ເພື່ອກວດກາສະພາບການປະຕິບັດການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່, ບັນດານະໂຍບາຍໜູນຊ່ວຍຊາວປະມົງ.
ທີ່ການເຮັດວຽກ, ທ່ານລັດຖະມົນຕີ ກາວດຶກຟາດ ສະເໜີໃຫ້ແຂວງ ບິ່ງດິ້ງ ຄວຍເດັດດ່ຽວປະຕິບັດການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ຕາມນັ້ນແລ້ວ, ໄດ້ສຸມໃສ່ຍົກສູງມູນຄ່າເພີ່ມ ແລະ ພັດທະນາແບບຍືນຍົງ, ພັດທະນາເຂດຜະລິດສິນຄ້າລວມສູນ ສຳລັບຕົ້ນໄມ້ບາງຊະນິດທີ່ມີມູນຄ່າໝັ້ນຄົງ... ທ່ານລັດຖະມົນຕີ ກາວດຶກຟາດ, ເນັ້ນໜັກວ່າ:
“ສ້າງໂຄງປະກອບກະສິກຳຄືນໃໝ່, ພວກເຮົາຕ້ອງດັດປັບສຸມໃສ່ເຂົ້າບັນດາຂະແໜງທີ່ນຳມາເຊິ່ງລາຍຮັບສູງກ່ວາໃຫ້ປະຊາຊົນ. ກ່ຽວກັບຄວາມປອດໄພຂອງອ່າງເກັບນ້ຳ, ປີ 2014, ພວກຂ້າພະເຈົ້າໄດ້ສະເໜີກັບນາຍົກລັດຖະມົນຕີ ສ້ອມແປງອ່າງເກັບນ້ຳ7 ແຫ່ງຢູ່ບິ່ງດິ້ງ. ກ່ຽວກັບທ່າປາ ຕາມກວານ, ຕ້ອງລົງທຶນ, ສຸມໃສ່ສ້າງທ່າປາໃນທັນທີ, ສ່ວນຄັນຄູຈະກໍ່ສ້າງເທື່ອລະກ້າວ”
ໂດຍປະຕິບັດບັນດານະໂຍບາຍໜູນຊ່ວຍຊາວປະມົງ, ມາຮອດປະຈຸບັນ, ແຂວງ ບິ່ງດິ້ງ ໄດ້ໜູນຊ່ວຍຊາວປະມົງ 67 ຕື້ດົ່ງເພື່ອຕໍກຳປັ່ນຫາປາໄກຝັ່ງໃໝ່ 95 ລຳ. ແຕ່ປີ 2008 – 2010, ແຂວງ ໄດ້ໜູນຊ່ວຍຊາວປະມົງ 180 ຕື້ດົ່ງຮັບປະກັນຊີວິດສັງຄົມ, ປ່ອຍເງິນ 640 ຕື້ດົ່ງໜູນຊ່ວຍຊາວປະມົງຫາປາໄກຟັ່ງ.