ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ກຳປູເຈຍ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ, ຕອນບ່າຍວັນທີ 28 ມັງກອນ, ທີ່ສຳນັກງານກະຊວງພາຍໃນ ກຳປູເຈຍ
 
ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ກຳປູເຈຍ - ảnh 1 ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລີມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen

ໄດ້ດຳເນີນການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງກະຊວງຕຳຫລວດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ກຳປູເຈຍ. ທີ່ການເຈລະຈາ, 2 ຝ່າຍໄດ້ພ້ອມກັນຕີລາຄາໝາກຜົນແຫ່ງການຮ່ວມມືປີ 2017, ພ້ອມທັງ ວາງອອກທິດທາງໃນປີ 2018.

        ສິ້ນສຸດການເຈລະຈາ, ທ່ານ ໂຕເລີມ ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ແລະ ທ່ານ Sar Kheng ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ກຳປູເຈຍ ໄດ້ລົງນາມໃນແຜນການຮ່ວມມືລະຫວ່າງກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງພາຍໃນ ກຳປູເຈຍ ໃນປີ 2018.

        ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ, ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລີມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen .

ຕອບກັບ

ຂ່າວ/ບົດ​ອື່ນ