ລັດຖະມົນຕີກະຊວງຕຳຫລວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດໄທປະຈຳຫວຽດນາມ

ລັດຖະມົນຕີກະຊວງຕຳຫລວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດໄທປະຈຳຫວຽດນາມ - ảnh 1
ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ ຕ້ອນຮັບ
​ທ່ານ ພັນ​ຢາ​ຣັກ ພູມ​ສັບເອກ​ອັກຄະ​ລັດຖະທູດ  ​ໄທ
(ພາບ: cand.com.vn)

(vovworld) – ​ ​ ​ ຕອນ​ບ່າຍ​ວັນ​ທີ 8/12, ຢູ່​ຮ່າ​ໂນ້ຍ ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ພັນ​ຢາ​ຣັກ ພູມ​ສັບ, ​ເອກ​ອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງລາຊະ​ອານາຈັກ ​ໄທ ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ບົນ​ພື້ນຖານ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ຊຸມ​ປີຜ່ານມາ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຫວຽດນາມ - ​ໄທ ​ໄດ້​ຮັບ​ການ​ຊຸກຍູ້, ພັດທະນາ​ໃນ​ທຸກ​ຂົງ​ເຂດ​ຄື: ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ - ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງກັນ​ຄວາມ​ສະຫງົບ, ນຳ​ມາ​​​ເຊິ່ງປະສິດທິ​ຜົນ​ແທດ​ຈິງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ຢູ່​ແຕ່ລະ​ປະ​ເທດ; ​ເພື່​ອສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ ​ໂລກ. ກະຊວງ​ຕຳຫລວດ ຫວຽດນາມ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບ​ສ່ວນຢ່າງ​ຕັ້ງ​ໜ້າ​ ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ໃນການ​ປະຕິບັດ​ໜ້າ​ທີ່​ການ​ທູດຢູ່ ຫວຽດນາມ ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ​ເພື່ອ​ແນ​ໃສ່​ຍົກ​ສູງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ໃຫ້​່ເໝາະ​ສົມກັບ​ທີ່​ຕັ້ງ, ບົດບາດ, ພູມ​ສາດ​ການ​ເມືອງຢູ່​ພາກ​ພື້ນ, ສ້າງ​ເງື່ອນ​ໄຂ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ຢ່າງ​ຄົບ​ຖ້ວນ​ກັບ​ປະຊາ​ຄົມ ອາ​ຊຽນ. ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ວ່າ: ​ໃນ​ຖາ​ນະ​ຕຳ​ແໜ່​ງ​ໃໝ່, ທ່ານ​ເອກ​ອັກຄະ​ລັດຖະທູດ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ກະຊວງ​ຕຳຫລວດ​ກັບ​ບັນດາ​ອົງ​ການປະຕິບັດ​ກົດໝາຍ​ຂອງ ​ໄທ ​ເວົ້າ​ສະ​ເພາະ​ນັບ​ມື້​ນັບ​ພັດທະນາ, ​ເໝາະ​ສົມ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ