ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ ປະ​ຈຳ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 28 ທັນວາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການການຕ້ອນຮັບທ່ານນາງ Catherine Wong Siow Ping, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ຫວຽດນາມ ທີ່ໄດ້ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ ປະ​ຈຳ ຫວຽດ​ນາມ - ảnh 1ທ່ານ ລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ໃຫ້ການຕ້ອນຮັບທ່ານນາງ Catherine Wong Siow Ping ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ (ພາບ:cand.com.vn)

ທ່ານລັດຖະມົນຕີກະຊວງ ຕຳຫຼວດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ ລັດຖະບານ, ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ກຳລັງຕຳຫຼວດປະຊາຊົນເວົ້າສະເພາະ ຕີລາຄາສູງການປະກອບສ່ວນຂອງທ່ານນາງເອກອັກຄະລັດຖະທູດທີ່ມີຕໍ່ການພົວພັນສອງຝ່າຍລະຫວ່າງສອງປະເທດ ແລະ ການພົວພັນລະຫວ່າງກຳລັງຕຳຫຼວດປະຊາຊົນ ຫວຽດນາມ ກັບກຳລັງປະຕິບັດກົດໝາຍ ສິງກະໂປ. ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ທ່ານນາງ ເອກອັກຄະລັດຖະທູດ Catherine Wong Siow Ping ຈະສືບຕໍ່ມີບັນດາການປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ສາຍພົວພັນລະຫວ່າງ ຫວຽດນາມ - ສິງກະໂປ ເວົ້າລວມ ແລະ ລະຫວ່າງກຳລັງຕຳຫຼວດປະຊາຊົນ ຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຂອງ ສິງກະໂປ ເວົ້າສະເພາະ.


ຕອບກັບ

ຂ່າວ/ບົດ​ອື່ນ