ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ

(VOVWORLD) -ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ
ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ - ảnh 1ທ່ານພົນເອກ ໂຕເລິມ ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel Kritenbrink
(ພາບ: cand.com.vn)

ຕອນບ່າຍວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel Kritenbrink ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານລັດຖະມົນຕີ ໂຕເລິມ ປາດຖະໜາວ່າ, ໃນໄລຍະຈະມາເຖິງ ອາເມລິກາ ຈະໜູນຊ່ວຍປະຊາຊົນຫວຽດນາມ ໃນການຖ່າຍທອດເຕັກໂນໂລຊີ, ຜະລິດວັກຊິນ. ສ່ວນທ່ານເອກອັກຄະລັດຖະທູດ Daniel Kritenbrink ຢັ້ງຢືນວ່າ, ໃນໄລຍະຈະມາເຖິງ ໃນຖານະຕຳແໜ່ງວຽກງານໃໝ່ ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ເພື່ອປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ, ລະຫວ່າງບັນດາອົງການທີ່ກ່ຽວຂ້ອງຂອງອາເມລິກາ ກັບກະຊວງຕຳຫຼວດຫວຽດນາມ ເວົ້າສະເພາະ ໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ