(vovworld) – ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ, ວັນທີ 10/7, ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ໄດ້ມີການພົບປະກັບບັນດາວິສາຫະກິດຫວຽດນາມ ແລະເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ອາເມລິກາ. ທີ່ເວທີປາໄສ, ທ່ານນາງ Hillary ຢືນຢັນວ່າ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດສອງຝ່າຍຊອກຮູ້ ແລະ ຊຸກຍູ້ການຮ່ວມມື. ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນພັດທະນາຂອງຫວຽດນາມ, ດ້ວຍລະດັບເຕີບໂຕສູງໃນສະພາບການເສດຖະກິດທົ່ວໂລກພວມຊຸດໂຊມ. ທ່ານນາງລັດຖະມົນຕີການຕ່າງປະເທດ Hillary Clinton ກໍຮຽກຮ້ອງບັນດາວິສາຫະກິດອາເມລິກາ ຊອກຫາບັນດາກາລະໂອກາດລົງທຶນຢູ່ຕະຫຼາດຫວຽດນາມ ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນນີ້. ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາຫວັງວ່າ ລັດຖະບານຫວຽດນາມ ສືບຕໍ່ປັບປຸງສະພາບແຫ່ງການລົງທຶນ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ,ໃນນັ້ນມີວິສາຫະກິດອາເມລິກາ ດຳເນີນທຸລະກິດຢູ່ຫວຽດນາມ.
ທີ່ເວທີປາໄສວິສາຫະກິດຫວຽດນາມ - ອາເມລິກາ, ທ່ານນາງລັດຖະມົນຕີການຕ່າງປະເທດ Hillary Clinton ແລະ ທ່ານນາງຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Nguyen Phuong Nga ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາຮ່ວມມືເສດຖະກິດລະຫວ່າງບໍລິສັດໄພຟ້ານິວຢອກ ກັບບໍລິສັດສົ່ງໄຟຟ້າເລກ 4, ສັງກັດກຸ່ມບໍລິສັດໄຟຟ້າຫວຽດນາມ ດ້ວຍມູນຄ່າ 16,5 ລ້ານ USD.
ວັນທີ 11/7, ສື່ມວນຊົນອາເມລິກາໄດ້ໃຫ້ຂ່າວ ແລະ ຮູບກ່ຽວກັບ ການຢ້ຽມຢາມຫວຽດນາມຂອງລັດຖະມົນຕີການຕ່າງປະເທດອາເມລິກາ ແລະ ໄດ້ມີການພົບປະກັບບັນດາການນຳສູງສຸດຂອງຫວຽດນາມ ແນໃສ່ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ອາເມລິກາ. ເວບໄຊ ຂອງກະຊວງການຕ່າງປະເທດອາເມລິກາໄດ້ລົງພິມບົດປາໄສຂອງ ລັດຖະມົນຕີການຕ່າງປະເທດອາເມລິກາ ທ່ານນາງ Hillary Clinton ທີ່ການປະຊຸມຂ່າວຮ່ວມກັບ ລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh , ໃນນັ້ນໄດ້ຊີ້ໃຫ້ເຫັນບັນດາການປ່ຽນແປງ ແລະ ບາດກ້າວຂະຫຍາຍຕົວໃນ ການພົວພັນ ລະຫວ່າງຫວຽດນາມ ແລະ ອາເມລິກາ.
ເວບໄຊຂອງ Yahoo ໄດ້ລົງພິມບົດຂຽນຂອງຂ່າວສານ AFP ດ້ວຍເນື້ອໃນ ລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ມີຄວາມເອົາໃຈໃສ່ເຖິງການພົວພັນດ້ານການຄ້າກັບຫວຽດນາມ. ລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ເນັ້ນໜັ້ກວ່າ ຫວຽດນາມ ແລະ ອາເມລິກາລ້ວນແຕ່ມີສິດຜົນປະໂຫຍດຍຸດທະສາດທີ່ສຳຄັນສຳລັບບັນຫາ ຕ່າງໆຄື ທະເລຕາເວັນອອກ. ລັດຖະມົນຕີການຕ່າງປະເທດທັງ 2 ປະເທດ ຕ່າງກໍເປັນເອກະພາບກັນວ່າ ທຸກໆການພິພາດຢູ່ເຂດທະເລຕາເວັນອອກຕ້ອງຜ່ານການແກ້ໄຂ ໂດຍສັນຕິວິທີ.
ສ່ວນໜັງສືພິມເອເລກໂຕນິກຂອງ VOAໄດ້ໃຫ້ຂ່າວວ່າ ຢູ່ບັນດາເວທີປາໄສວິສາຫະກິດທີ່ຈັດຂຶ້ນທີ່ຮ່າໂນ້ຍ, ລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ໄດ້ກະຕຸກຊຸກຍູ້ບັນດາວິສາຫະກິດຂອງ 2 ປະເທດຈົ່ງຮ່ວມມືເພື່ອພ້ອມກັນພັດທະນາ. ຕາມທ່ານນາງ ລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ແລ້ວ, ປະຈຸບັນ ອາເມລິກາແມ່ນຕະຫຼາດສົ່ງອອກໃຫຍ່ກ່ວາໝູ່ຂອງຫວຽດນາມ ແລະ ຊາວເອເມລິກາມີຄວາມເອກອ້າງທະນົງໃຈຕໍ່ສິ່ງດັ່ງກ່າວ ແລະ ບັນດາວິສາຫະກິດອາເມລິກາພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມຜ່ານຜ່າ ຄວາມຫຍຸ້ງຍາກໃນປະຈຸບັນ.