ລັດຖະມົນຕີການຕ່າງປະເທດ John Kerry ເຊື່ອໝັ້ນຕໍ່ອະນາຄົດຂອງການພົວພັນລະຫວ່າງອາເມລິກາ-ຟີລິບປິນ

ລັດຖະມົນຕີການຕ່າງປະເທດ John Kerry ເຊື່ອໝັ້ນຕໍ່ອະນາຄົດຂອງການພົວພັນລະຫວ່າງອາເມລິກາ-ຟີລິບປິນ - ảnh 1
ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry
(ພາບ​ປະ​ກອບ: AFP/TTXVN)


(vovworld) - ວັນ​ທີ 03/11, ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໃຫ້​ຮູ້​ວ່າ, ທ່ານ​ຍັງ​ມີ​ຄວາມ​ເຊື່ອ​ໝັ້ນ​​ຕໍ່ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ -ຟີ​ລິບ​ປິນ ໂດຍບໍ່​ຫົວ​ຊາ​ຕໍ່ “ຄວາມບໍ່​ລົງ​ລອຍ​ກັນ​ໃດ​ໜຶ່ງ” ແລະ ທ່າ​ນ​​ຫວັງວ່າ​ຈະ​ໄດ້​​ມາ​ຢ້ຽມ​ຢາມ​ມາ​ນີ​ລາ ກ່ອນ​ທີ່​ບໍ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕ​ີ​ໃນ​ເດືອ​ນ 01/2017. ກ່າວ​ຄຳ​ເຫັນ​ໃນ​ພິ​ທີສະ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເທ​ລິ​ກາ ​ຄົນ​ໃໝ່​ປະ​ຈຳ​ຟີ​ລິບ​ປີນ Sung Kim ເຊິ່ງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ, ທ່ານ John Kerry ເນັ້ນ​ໜັກ​ເຖິງ​ການ​ພົວ​ພັນ​ເລິກ​ເຊິ່ງລະ​ຫວ່າງ​ອາ​ເມ​ລິ​ກາ - ຟີ​ລິບ​ປິນ ແລະ ຢືນ​ຢັນ​ວ່າ, ພັນ​ທະ​ມິດ​ລະ​ຫວ່າງ 2 ປະ​ເທດ​ແມ່ນບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້. ທ່ານ John Kerry ຖ​ື​ວ່າ, ອາ​ເມ​ລິ​ກາ ແລະ ຟີ​ລິບ​ປິນ ຈະ “ສືບ​ຕໍ່​ທາບ​ທາມ​ຄວາມ​ເຫັນ​ຢ່າງ​ເປີດ​ອົກ​ເປີດ​ໃຈ ແລະ ຊື່​ຕົງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ມີ​ການ​ກະ​ທົບ​ເຖິງ​ທັງ 2 ປະ​ເທດ”.

ຂ່າວ/ບົດ​ອື່ນ