ລັດຖະມົນຕີການຕ່າງປະເທດ ລັດເຊຍ - ອາເມລິກາ ໂອ້ລົມກັນທາງໂທລະສັບ

(VOVWORLD) - ວັນທີ 26 ຕຸລາ, ສຳນັກຂ່າວສານ TASS ໄດ້ຄັດສະເໜີແຈ້ງການຂອງກະຊວງການຕ່າງປະເທດ ລັດເຊຍ ໂດຍໃຫ້ຮູ້ວ່າ:

ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ມີການໂອ້ລົມກັນທາງໂທລະສັບ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາ 2 ຝ່າຍ ແລະ ສາກົນ ໃນສະພາບການທີ່ກະກຽມໃຫ້ແກ່ການພົບປະລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump. ການພົບປະນີ້ ຄາດວ່າຈະດຳເນີນໃນວັນທີ 11 ພະຈິກ ຈະມາເຖິງຢູ່ Paris, ປະເທດ ຝຣັ່ງ ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 1 (1918 - 2018).

ຕອບກັບ

ຂ່າວ/ບົດ​ອື່ນ