ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢ້ຽມຢາມ ອາຟຼີກາ ໃຕ້ຢ່າງເປັນທາງການ

ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢ້ຽມຢາມ ອາຟຼີກາ ໃຕ້ຢ່າງເປັນທາງການ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ນ​ມິ​ນ
(ພາບ: Dương Giang/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 5/8, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ນ​ມິ​ນ ​ໄດ້​ໄປ​ຮອດ​ນະຄອນຫຼວງ Pretoria ຂອງ ອາຟຼີກາໃຕ້, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ອາບຟຣີກາ ​ໃຕ້ ​ເປັນ​ເວລາ 2 ວັນ​ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ລັດຖະມົນຕີ​ກະຊວງ​ການ​ພົວພັນກັບ​ສາກົນ ​ແລະ ຮ່ວມ​ມື ອາຟຼີກາໃຕ້ Maite Nkoana – Mashabane. ​ໃນ​ການ​ເຮັດ​ວຽກ​ກັບ​ພະນັກງານ, ລັດຖະກອນ​ສະຖານທູດ  ​ແລະ ບັນດາ​ອົງການ​ຕາງໜ້າ ຫວຽດນາມ ປະຈຳ ອາຟຼີກາໃຕ້ ​ໃນ​ຕອນ​ບ່າຍ​ວັນ​ທີ 5/8, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ນ​ມິ​ນ ​ໄດ້​ແຈ້ງ​ກ່ຽວ​ກັບ​ບັນດາ​ບາດກ້າວພັດທະນາ​ໃໝ່​ໃນ​ວິວັດ​​ແຫ່ງການຜັນ​ຂະຫຍາຍ​ການປະຕິບັດ​ແຜນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັດ ​ແລະ ລັດ ຫວຽດນາມ, ​ເນັ້ນ​ໜັກ​ວ່າ: ນອກຈາກ​ໜ້າ​ທີ່​ປັບປຸງ ​ແລະ ​ເພີ່ມ​ທະ​ວີ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ກັບປະ​ເທດ​ປະຈຳ​ຖີ່​ນ, ບັນດາ​ອົງການ​ຕາງໜ້າ​ຄວນ​ສົມທົບ​ກຳລັງ​ແຮງ​ນຳ​ກັນ​ເພື່ອ​ແນ​ໃສ່​ປະຕິບັດ​ໜ້າ​ທີ່​ການ​ທູດ​ຮັບ​ໃຊ້ຂົງ​ເຂດ​ເສດຖະກິດ​ເປັນ​ຢ່າງ​ດີ, ​ເປັນ​ເຈົ້າ​ການ​ຊອກ​ຫາ​ຕະຫຼາດ ​ແລະ ​ລູກ​ຄ້າ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວດ້ານ​ການ​ຄ້າ, ການ​ລົງທຶນ. ວັນ​ທີ 6/8, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ນ​ມິນ ຈະ​ມີ​ການ​ເຈລະຈາ​ຢ່າງ​ເປັນ​ທາງ​ການ​ກັບ​ຄູ່​ຕຳ​ແໜ່​ງ ອາຟຼີກາໃຕ້ Maite Nkoana – Mashabane, ​ເຂົ້າ​ຢ້ຽມ​ຂຳ່ນັບ​ປະທານາທິບໍດີ ອາຟຼີກາໃຕ້ Jacob Zuma, ​ເຮັດ​ວຽກ​ກັບ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ Rob Davies ​ແລະ ລັດຖະມົນຕີ​ລັດ​ວິ​ສະຫະ​ກິດ Malusi Gigaba, ຢ້ຽມຢາມກຸ່ມ​ບໍລິສັດ​ອຸດສາຫະກຳ​ກະຊວງ​ປ້ອງ​ກັນ​ປະ​ເທດ Denel.

    ​ເນື່ອງ​ໃນ​ໂອກາດ​ນີ້, ກະຊວງ​​ພົວພັນ​ກັບສາກົນ ​ແລະ​ ການ​ຮ່ວມ​ມື ອາບຟຣີກາ ​ໃຕ້ ສົມທົບ​ກັບ​ສະຖານທູດ ຫວຽດນາມ ປະຈຳ ອາຟຼີກາ​ໃຕ້ ໄດ້​ຈັດ​ງານ​ລ້ຽງ​ໃນ​ຕອນ​ຄຳ່​ວັນ​ທີ 6/8 ​ເພື່ອ​ຄຳນັບ​ຮັບ​ຕ້ອນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ນ​ມິ​ນ ​ເນື່ອງ​ໃນ​​ໂອກາດ​ມາຢ້ຽມຢາມ ອາຟຼີກາໃຕ້ ຢ່າງ​​ເປັນ​ທາງ​ການ ​ແລະ ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ການ​ທູດ ຫວຽດນາມ - ອາຟຼີກາໃຕ້.

ຂ່າວ/ບົດ​ອື່ນ