ລັດ​ຖະ​ມົນ​ຕີ​ການ​ຕ​່າງ​ປະ​ເທດ ອີ​ຣານ: ທ່ານ​ປະ​ທາ​ນາ​ທິ​ບ​ໍ​ດີ ອາ​ເມ​ລິ​ກາ​ພວມ​ລະ​ເມີ​ເຟີ້ຝັນ​ກ່ຽວ​ກັບ “ສົງ​ຄາມ​ຟ​້າ​ແມບ” ກັບ​ເຕ​ເຮ​ຣານ

(VOVWORLD) - ວັນທີ 27 ມິຖຸນາ, ທ່ານ Mohammad Javad Zarif ລັດຖະມົນຕີການຕ່າງປະເທດ ອີຣານໄດ້ກ່າວເຕືອນທ່ານ ປະທານາທິບໍດີ ອາເມລິກາ Donald Trump ວ່າ ພວມຜິດພາດເມື່ອຖືວ່າສົງຄາມລະຫວ່າງ ວໍຊິງຕັນ ແລະ ເຕເຮຣານ ຈະບໍ່ແກ່ຍາວ. 
ລັດ​ຖະ​ມົນ​ຕີ​ການ​ຕ​່າງ​ປະ​ເທດ ອີ​ຣານ: ທ່ານ​ປະ​ທາ​ນາ​ທິ​ບ​ໍ​ດີ ອາ​ເມ​ລິ​ກາ​ພວມ​ລະ​ເມີ​ເຟີ້ຝັນ​ກ່ຽວ​ກັບ “ສົງ​ຄາມ​ຟ​້າ​ແມບ” ກັບ​ເຕ​ເຮ​ຣານ - ảnh 1ທ່ານ Mohammad Javad Zarif ລັດຖະມົນຕີການຕ່າງປະເທດ ອີຣານ (ພາບ: Baomoi.com) 

ໃນສ່ືສັງຄົມອອນລາຍ Twitter ສ່ວນຕົວ, ທ່ານ Zarif ໄດ້ຊີ້ແຈ້ງ: “ ນິຍາມ “ສົງຄາມຟ້າແມບ” ກັບ ອີຣານ (ເຊິ່ງທ່ານປະທານາທິບໍດີ Donald Trump ຍົກອອກມາ) ແມ່ນຄວາມລະເມີເຟີ້ຝັນ”, ພ້ອມທັງເນັ້ນໜັກວ່າ “ຜູ້ໃດເລີ່ມຕົ້ນສົງຄາມ, ແມ່ນຜູ້ນັ້ນບໍ່ສາມາດຕັດສິນການສິ້ນສຸດຂອງສົງຄາມໄດ້”.

        ຄຳຖະແຫຼງດັ່ງກ່າວຖືກທ່ານ Zarif ຍົກອອກມາພາຍຫຼັງທີ່ທ່ານ ປະທານາທິບໍດີ ອາເມລິກາ ກ່າວຄຳເຫັນທາງຊ່ອງໂທລະພາບໂດຍໃຫ້ຮູ້ວ່າ ອາເມລິກາພວມມີ ທີ່ຕັ້ງບົດບາດສູງທີ່ສຸດ, ແຕ່ທ່ານກໍ່ບໍ່ຢາກກໍ່ສົງຄາມກັບ ອີຣານ. ເຖິງຢ່າງໃດກໍ່ຕາມ, ທ່ານ Trump ກໍ່ເວົ້າຕື່ມອີກວ່າ ຖ້າສົງຄາມລະເບີດຂຶ້ນ, ສົງຄາມນັ້ນກໍຈະມີຂຶ້ນໃນໄລຍະສັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ