ລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ເດີນທາງໄປ ອິດສະຣາແອັນ ແລະ ຈໍແດນ
(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຈະເດີນທາງໄປ ອິດສະຣາແອັນ ແລະ ຈໍແດນ ໃນວັນທີ 3 ພະຈິກ, ເພື່ອພົບປະກັບບັນດາການນຳຂອງລັດຖະບານ ອິດສະຣາແອັນ, ລວມທັງ ທ່ານນາຍົກລັດຖະມົນຕີ Benjamin Netanyahu.
ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu (ເບື້ອງຂວາ) ໃນການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ພົບກັນຢູ່ Tel Aviv, ວັນທີ 12/10/2023 (ພາບ: THX/TTXVN)
|
ວັນທີ 1 ພະຈິກ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ Matthew Miller ແຈ້ງໃຫ້ຊາບວ່າ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຈະເດີນທາງໄປ ອິດສະຣາແອັນ ແລະ ຈໍແດນ ໃນວັນທີ 3 ພະຈິກ, ເພື່ອພົບປະກັບບັນດາການນຳຂອງລັດຖະບານ ອິດສະຣາແອັນ, ລວມທັງ ທ່ານນາຍົກລັດຖະມົນຕີ Benjamin Netanyahu ເພື່ອແນໃສ່ອັບເດດກ່ຽວກັບບັນດາເປົ້າໝາຍການທະຫານຂອງປະເທດນີ້. ເມື່ອແລກປ່ຽນກັບວົງການນັກຂ່າວ, ທ່ານໂຄສົກ Miller ຊີ້ແຈ້ງວ່າ: “ທ່ານ Blinken ຈະຢ້ຳຄືນການສະໜັບສະໜູນຂອງ ອາເມລິກາ ຕໍ່ສິດປ້ອງກັນຕົວຂອງ ອິດສະຣາແອັນ ຕາມກົດໝາຍມະນຸດສະທຳສາກົນ, ເມື່ອປຶກສາຫາລືກ່ຽວກັບຄວາມຈຳເປັນຕ້ອງປະຕິບັດທຸກມາດຕະການປ້ອງກັນ, ສະກັດກັ້ນ ເພື່ອຫຼຸດຈຳນວນສາມັນຊົນທີ່ເສຍຊີວິດ ແລະ ຖືກບາດເຈັບ ກໍຄື ວຽກງານສະໜອງການຊ່ວຍເຫຼືອມະນຸດສະທຳຂອງ ພວກຂ້າພະເຈົ້າ”.