ລັດຖະມົນຕີການຕ່າງປະເທດ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ປະຊຸມແບບທາງໄກ
(VOVWORLD) - ວັນທີ 15 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ພ້ອມດ້ວຍຄູ່ຕຳແໜ່ງ ຍີ່ປຸ່ນ Yoshimasa Hayashi ແລະ ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Park Jin ເລີ່ມດຳເນີນກອງປະຊຸມທາງໄກ ກ່ອນທີ່ດຳເນີນກອງປະຊຸມສຸດຍອດສາມຝ່າຍ ເຊິ່ງຄາດວ່າຈະດຳເນີນໃນທ້າຍອາທິດນີ້ຢູ່ ອາເມລິກາ.
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ພ້ອມດ້ວຍຄູ່ຕຳແໜ່ງ ຍີ່ປຸ່ນ Yoshimasa Hayashi ແລະ ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Park Jin (ພາບ: Kyodo) |
ກອງປະຊຸມທາງໄກໄດ້ດຳເນີນໃນສະພາບບັນດາປະເທດ ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ຊອກຫາວິທີຢັ້ງຢືນຄວາມສາມັກຄີຄືນໃໝ່ໃນການຮັບມືກັບບັນດາໄພນາບຂູ່ຕໍ່ຄວາມໝັ້ນຄົງຂອງພາກພື້ນ. ເຈົ້າໜ້າທີ່ລັດຖະບານຫຼາຍທ່ານໃຫ້ຮູ້ວ່າ ບັນດາລັດຖະມົນຕີການຕ່າງປະເທດ ກໍປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ, ເສດຖະກິດ ແລະ ປັນຍາປະດິດ. ລັດຖະມົນຕີການຕ່າງປະເທດສາມຝ່າຍກໍສຸມໃສ່ປຶກສາຫາລືບັນດາບັນຫາອື່ນ, ເປັນຕົ້ນແມ່ນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແລະ ການຮັບປະກັນລະບົບສະໜອງບັນດາຜະລິດຕະພັນຫຼັກແຫຼ່ງເປັນຕົ້ນແມ່ນ ທາດເຄິ່ງຊັກນຳໄຟຟ້າ.
ຄາດວ່າ, ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ໂດຍ ທ່ານປະທານາທິບໍດີ ອາເມລິກາ Joe Biden ເປັນປະທານ ແລະ ຈະຈັດຂຶ້ນຢູ່ ເຂດຕາກອາກາດ ຄ້າຍ David, ໃກ້ ວໍຊີງຕັນ ໃນວັນທີ 18 ສິງຫາ ຈະມາເຖິງ. ກອງປະຊຸມຈະສ້າງຂີດໝາຍເປັນຄັ້ງທຳອິດທ່ານປະທານາທິບໍດີ Biden ຕ້ອນຮັບບັນດາການນຳຕ່າງປະເທດ ມາ ຄ້າຍ David, ນັບແຕ່ເມື່ອທ່ານຮັບດຳລົງຕຳແໜ່ງໃນປີ 2021.