ລັດຖະມົນຕີການຕ່າງປະເທດ ແລະ ອົບພະຍົບ Ecuado ມາຢ້ຽມຢາມຫວຽດນາມ
ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ນມິນຕ້ອນຮັບ
ລັດຖະມົນຕີການຕ່າງປະເທດ ແລະ ອົບພະຍົບ Ecuado Ricardo Patino Aroca
(ພາບ: Minh Châu/TG&VN)
(vovworld) – ໂດຍຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ນມິນ, ທ່ານລັດຖະມົນຕີການຕ່າງປະເທດ ແລະ ອົບພະຍົບ Ecuado Ricardo Patino Aroca ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 21 - 25/6. ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານລັດຖະມົນຕີ Ricardo Patino Aroca ໄດ້ເຂົ້າຢ້ຽມຄຳນັບທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ນມິນ; ເຮັດວຽກກັບການນຳຄະນະພົວພັນການຕ່າງປະເທດສູນກາງພັກ ແລະການນຳກະຊວງອຸດສາຫະກຳການຄ້າ, ວິທະຍາສາດ - ເຕັກໂນໂລຢີ.
ທີ່ການພົບປະເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດທັງສອງທ່ານ. ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ນມິນ ໄດ້ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ Ecuado ກໍ່ຄືກັບບັນດາປະເທດຢູ່ອາເມລິກາລາຕີນ. ສ່ວນທ່ານລັດຖະມົນຕີ Ricardo Patino Aroca ກໍ່ຢືນຢັນວ່າ Ecuado ຖືຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ປາຖະໜາຢາກຊຸກຍູ້ການພົວພັນຮ່ວມມືຮອບດ້ານກັບຫວຽດນາມ ລັດຖະມົນຕີທັງສອງທ່ານ ໄດ້ເຫັນດີເພີ່ມທະວີການສົມທົບ ແລະ ສະໜັບສະໜູນກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ. ພາຍຫຼັງການເຈລະຈາ, ລັດຖະມົນຕີທັງສອງທ່ານ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດ ແລະ ອົບພະຍົບ Ecuado ກ່ຽວກັບກົນໄກຮ່ວມມືທາງດ້ານເສດຖະກິດໃນພາກພື້ນປາຊີຝິກ.