ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ຍົກ​ອອກ 4 ຂໍ້​ສະ​ເໜີ​ເພື່ອ​ປົວ​ແປງ​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ

(VOVWORLD) -

ກ່າວຄຳເຫັນໄຂເວທີປາໄສ Lanting ຈັດຂຶ້ນຢູ່ນະຄອນຫຼວງປັກກິງ ປະເທດຈີນ ເມື່ອຕອນເຊົ້າວັນທີ 22 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ໄດ້ຍົກອອກ 4 ຂໍ້ສະເໜີ ເພື່ອແນໃສ່ປົວແປງການພົວພັນລະຫວ່າງຈີນ-ອາເມລິກາ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ຍົກ​ອອກ 4 ຂໍ້​ສະ​ເໜີ​ເພື່ອ​ປົວ​ແປງ​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ - ảnh 1

ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ

(ພາບ: ກະຊວງການຕ່າງປະເທດຈີນ)

    4 ຂໍ້ສະເໜີດັ່ງກ່າວແມ່ນ: ເຄົາລົບນັບຖືຊື່ງກັນ ແລະ ກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ; ເພີ່ມໃທະວີການໂອ້ລົມສົນທະນາ; ຄວບຄຸມຄວາມບໍ່ລົງລອຍກັນ; ມຸ່ງໄປສູ່ທິດດຽວ, ເລີ່ມການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດ; ປັດເຂ່ຍບັນດາສີ່ງກີດຂວາງ, ຟື້ນຟູການແລກປ່ຽນໃນບັນດາຂົງເຂດ ລະຫວ່າງຈີນ-ອາເມລິກາ.

ທ່ານຫວາງອີ ກໍ່ຢືນຢັນວ່າ ພ້ອມແລ້ວທີ່ຈະສົມທົບນະໂຍບາຍ ແລະ ເພີ່ມທະວີການຮ່ວມມືກັບອາເມລິກາ ໃນການຕ້ານໂລກລະບາດໂຄວິດ 19, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຊຸກຍູ້ການຟື້ນຟູຂອງພື້ນຖານເສດຖະກິດໂລກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ