ລັດຖະມົນຕີການຕ່າງປະເທດຟ້າມບີງມີງເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ-ຍີ່ປຸນ

ລັດຖະມົນຕີການຕ່າງປະເທດຟ້າມບີງມີງເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ-ຍີ່ປຸນ - ảnh 1
ກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ-ຍີ່ປຸນ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຮ່ວມ​ມື​ແມ່​ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 9 ຖືກ​ດ​ຳ​ເນີນ​ໃນ​ວັນ​ທີ 25/07, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ 49 ຢູ່ ວຽງ​ຈັນ, ລາວ. ກອງ​ປະຊຸມ​ໄດ້​ຮັບ​ການຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ຍຸດ​ທະ​ສາດ ​ໂຕ​ກຽວ 2015 ​ແລະ ​ແຜນ​ດຳ​ເນີນ​ງານ​ປະຕິບັດ​ຍຸດ​ທະ​ສາດ​ໃນ​ໄລຍະ 3 ​ປີ 2016 – 2018, ກະກຽມ​ໃຫ້​ກອງປະຊຸມ​ຂັ້ນ​ສູງ ​ແມ່​ນ້ຳຂອງ - ຍີ່​ປຸ່ນ ຄັ້ງ​ທີ 8 ຢູ່ນອກ​ກ​ອງປະຊຸມຂັ້ນ​ສູງຕີ ອາ​ຊຽນ ຢູ່ ລາວ ​ໃນ​ເດືອນ 9 ຈະ​ມາ​ເຖິງ ກໍ່ຄື​ກຳນົດ​ທິດ​ ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ທີ່​ກອງປະຊຸມ, ບັນດາ​ລັດຖະມົນຕີ​ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເຊື່ອ​ມຕໍ່​ກ່ວາ​ອີກ, ສ້າງ​ບັນດາ​ກຸ່ມ​ປະຕິບັດ​ງານ​ຂັ້ນ​ສູງ ​ເພື່ອ​ຊຸກຍູ້​ຜັນ​ຂະຫຍາຍ “ຂໍ້​ລິ​ເລີ່​ມ​ເຊື່ອ​ມຕໍ່​ແມ່​ນ້ຳຂອງ - ຍີ່ປຸ່ນ” ​ໂດຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່​ປຸ່ນ ສະ​ເໜີ​ຫວ່າງ​ແລ້ວ​ນີ້ ​ແລະ ​ແຜນການ​ດຳ​ເນີນ​ງານ​ປະຕິບັດ​ຍຸດ​ທະ​ສາດ ​ໂຕ​ກຽວ ດ້ວຍ​ຍອດ​ຈຳນວນ​ເງິນ 750 ຕື້​ເຢັນ ​ໂດຍ ຢີ່ປຸ່ນ ອຸປະຖ​ຳ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມີງ ຢືນຢັນ​ວ່າ: ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດນາມ ​ແມ່ນ​ຊຸກຍູ້​ການ​ຮ່ວມ​ມື​ແມ່​ນ້ຳຂອງ - ຍີ່ປຸ່ນ ​ແລະ ສະ​ເໜີ​ຝ່າຍ ຍີ່ປຸ່ນ ​ໃຫ້ບຸລິມະສິດ​​ແກ່​ບັນດາ​ປະ​ເທດ​ແມ່​ນ້ຳຂອງ ​ໃນ​ການ​ຜັນ​ຂະຫຍາຍ​ຂໍ້​ລິ​ເລີ່​ມຄູ່​ຮ່ວມ​ມື​ພື້ນຖານ​ໂຄງ​ລ່າງ​ທີ່​ມີຄຸນ​ນະພາ​ບ​ເປີດ​ກ້ວາງ. ທ່ານ​ ຟ້າ​ມບີ​ງມີ​ງ ສະ​ເໜີ​ວ່າ ການ​ຮ່ວມ​ມື​ແມ່​ນ້ຳຂອງ - ຍີ່ປຸ່ນ ຄວນ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ເຕີບ​ໂຕ​ຂຽວ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນ້ຳ​ໃຫ້​ໝັ້ນຄົງກ່ວາ​ອີກ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ກັບ​ບັນດາ​ຄູ່​ຮ່ວມ​ມື, ອົງການຈັດ​ຕັ້ງ​ພາກ​ພື້ນ​ຄືຄະນະ​ກຳມາ​ທິການແມ່​ນ້ຳຂອງ.

 

 

ຂ່າວ/ບົດ​ອື່ນ