ລັດຖະມົນຕີການຕ່າງປະເທດອາເມລິກາເຈລະຈາກັບອີຣານກ່ຽວກັບບັນຫານິວເຄຼຍ
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ John Kerry
ແລະ ຄູ່ຮ່ວມຕຳແໜ່ງອີຣານ Mohammad Javad Zarif
(ພາບ: timesofisrael.com)
(vovworld) – ວັນທີ 25/03, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ໄດ້ເດີນທາງອອກຈາກນະຄອນຫຼວງ ວໍຊິງຕັນ, ເລີ່ມຕົ້ນການໄປປະຕິບັດງານເຊິ່ງຖືກຖືວ່າ “ມີລັກສະນະປະຫວັດສາດ” ໃນຄວາມມານະພະຍາຍາມເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ. ຮອບເຈລະຈາໃໝ່ລະຫວ່າງທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ John Kerry ແລະ ຄູ່ຮ່ວມຕຳແໜ່ງອີຣານ Mohammad Javad Zarif, ດຳເນີນໄປໃນວັນທີ 26/03, ເພື່ອບັນລຸໄດ້ກອບຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍຂອງເຕເຣຣານ ກ່ອນກຳນົດສຸດທ້າຍໃນວັນທີ 31/03. ເພື່ອບັນລຸໄດ້ຈຸດໝາຍດັ່ງກ່າວ, 2 ຝ່າຍຕ້ອງມີການປະນິປະນອມ ແລະ ຄວາມຕັດສິນໃຈດ້ານການເມືອງ. ແຜນນະໂຍບາຍສຸດທ້າຍຂອງອາເມລິກາ ແມ່ນຫຼຸດຜ່ອນບັນດາກຳລັງ, ເຄື່ອງຈັກ ແລະ ວັດຖຸຂອງບັນດາເຕົານິວເຄຼຍ, ເຊິ່ງຕາມນັ້ນແລ້ວ, ອີຣານ ຕ້ອງເສຍເວລາຢ່າງໜ້ອຍສຸດປີ 1, ແທນທີ່ 2 – 3 ວັນຄືປະຈຸບັນເພື່ອສາມາດຜະລິດລູກລະເບີດນິວເຄຼຍ ລູກໜຶ່ງ. ຖ້າບັນລຸໄດ້ກອບຂໍ້ຕົກລົງກ່ອນກຳນົດເວລາສຸດທ້າຍໃນວັນທີ 31/03 ນີ້ຈະເປັນຂີດໝາຍປະຫວັດສາດໃນການພົວພັນລະຫວ່າງວໍຊິງຕັນ ກັບເຕເຣຣານ ພາຍຫຼັງກວ່າ 3 ທົດສະວັດທີ່ການພົວພັນທາງການທູດຖືກຕັດຕອນ.